ສື່ມວນຊົນອິນໂດເນເຊຍໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງ ປະທານາທິບໍດີ ອິນໂດເນເຊຍ

(VOVWORLD) - ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ໃນລະຫວ່າງວັນທີ 11 – 12 ກັນຍາ ຜ່ານມາ ໄດ້ດຶງດູດຄວາມສົນໃຈຈາກຫາງສຽງ ແລະ ສື່ມວນຊົນ ອິນໂດເນເຊຍ ໃຫ້ຂ່າວຢ່າງຫລວງຫລາຍກ່ຽວກັບການຢ້ຽມຢາມດັ່ງກ່າວ.
ສື່ມວນຊົນອິນໂດເນເຊຍໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງ ປະທານາທິບໍດີ ອິນໂດເນເຊຍ - ảnh 1  ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo (ພາບ: TTXVN)

ວົງການເຈົ້າໜ້າທີ່ ອິນໂດເນເຊຍ ໃຫ້ຂໍ້ສັງເກດວ່າ ການຢ້ຽມຢາມມີຄວາມໝາຍສຳຄັນສຳລັບການພົວພັນຄູ່ຮ່ວມມືຍຸດທະສາດ ອິນໂດເນເຊຍ - ຫວຽດນາມ.

        ສຳນັກຂ່າວສານ Antara ແລະ ໜັງສືພິມ Jakarta Post ໄດ້ໃຫ້ຂ່າວວ່າ ໃນການພົບປະກັບທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ຢູ່ ຮ່າໂນ້ຍ, ທ່ານປະທານາທິບໍດີ Joko Widodo ໄດ້ສະເໜີລັດຖະບານ ຫວຽດນາມ ຍົກເລີກບັນດາຮົ້ວກີດຂວາງດ້ານການຄ້າ. ທີ່ການພົບປະ, ທ່ານ Joko Widodo ກໍ່ສະແດງຄວາມປາດຖະໜາຢາກໃຫ້ບັນດານັກລົງທຶນ ອິນໂດເນເຊຍ ຂະຫຍາຍການດຳເນີນທຸລະກິດຢູ່ ຫວຽດນາມ ໃຫ້ຫລາຍກ່ວາອີກ.

        ບາງບົດກ່າວຄຳເຫັນຂອງທ່ານປະທານາທິບໍດີ Joko Widodo ແລະ ທ່ານລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi ເຊິ່ງໄດ້ສື່ມວນຊົນ ອິນໂດເນເຊຍ ຄັດສະເໜີ. ໃນນັ້ນ, ທ່ານປະທານາທິບໍດີ Joko Widodo ໄດ້ຕີລາຄາສູງການພົວພັນຮ່ວມມືອັນດີງາມລະຫວ່າງ 2 ປະເທດໃນປັດຈຸບັນ; ຕີລາຄາສູງເລື່ອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າ ຈະເຂົ້າຮ່ວມກອງປະຊຸມບັນດາການນຳ ອາຊຽນ (ALG) ເຊິ່ງຈະດຳເນີນຢູ່ ບາລີ ປະເທດ ອິນໂດເນເຊຍ ໃນເດືອນ ຕຸລາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ