ສະ​ຖານ​ທູດ ລາວ ທີ່ ຮ່າ​ໂນ້ຍ ຈັດງານ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ລາວ ພ​ສ.2567

(VOVWORLD) - ບັນດາຜູ້ແທນ, ແຂກຖືກເຊີນ ໄດ້ຮັບຊົມບັນດາລາຍການສະແດງສິລະປະໂດຍນັກສຶກສາລາວ ສະແດງ, ເຂົ້າຮ່ວມພິທີບາສີສູ່ຂວັນ, ມັດແຂນ ແລະ ຮັບປະທານອາຫານທີ່ເປັນເອກະລັກຂອງລາວ ອີກດ້ວຍ. ນອກຈາກນັ້ນແລ້ວ, ແຂກຖືກເຊີນຍັງໄດ້ເຊື່ອມຕົວເຂົ້າກັບສຽງຂັບ, ສຽງລຳ, ການຟ້ອນລຳວົງ ແລະ ຫົດນ້ຳອວຍພອນເຊິ່ງກັນ ແລະ ກັນ, ເຊິ່ງເປັນໜຶ່ງໃນບັນດາຈຸດວັດທະນະທຳທີ່ເປັນເອກະລັກໃນ ບຸນປີໃໝ່ ລາວ.

ວັນທີ 6 ເມສາ, ຢູ່ຮ່າໂນ້ຍ, ສະຖານທູດ ລາວ ປະຈຳ ຫວຽດນາມ ໄດ້ຈັດປີໃໝ່ລາວ, ພສ. 2567. ເຂົ້າຮ່ວມພິທີ, ມີທ່ານນາງ ເຈືອງທິມາຍ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກຄອມມູນິດ ຫວຽດນາມ; ທ່ານ ຫງວຽນຊວັນຖັ໋ງ, ກຳມະການກົມການເມືອງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ… ພ້ອມດ້ວຍການນຳບັນດາຄະນະ, ກະຊວງ, ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ, ຜູ້ຕາງໜ້າຄະນະຕິດຕໍ່ພົວພັນອະດີດທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ຢູ່ ລາວ.

        ທາງຝ່າຍ ລາວ ມີທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ພ້ອມດ້ວຍພະນັກງານ, ລັດຖະກອນທະຖານທູດ, ນັກສຶກສາ ລາວ ພວມຮ່ຳຮຽນຢູ່ ຫວຽດນາມ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ສະ​ຖານ​ທູດ ລາວ ທີ່ ຮ່າ​ໂນ້ຍ ຈັດງານ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ລາວ ພ​ສ.2567 - ảnh 1ທ່ານນາງເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ຄຳເພົາ ເອີນທະວັນ  ກ່າວຄຳເຫັນທີ່ງານບຸນ (ພາບ: My Binh)

        ກ່າວຄຳເຫັນທີ່ພິທີ, ທ່ານນາງເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ຄຳເພົາ ເອີນທະວັນ ໃຫ້ຮູ້ວ່າ: ປີ 2024 ແມ່ນປີພິເສດສຳລັບ ສປປ.ລາວ, ເຊິ່ງເປັນປີທີ່ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ຮ່ວມແຮງຮ່ວມໃຈຈັດຕັ້ງປະຕິບັດສຳເລັດບັນດາໜ້າທີ່ທີ່ໄດ້ວາງອອກ, ແນໃສ່ສ້າງບັນຍາກາດເພື່ອປະຕິບັດປີປະທານ ອາຊຽນ 2024 ແລະ ປີທ່ອງທ່ຽວ ລາວ. ໃນບົດກ່າວຄຳເຫັນ, ທ່ານນາງ ເອກອັກຄະລັດຖະທູດ ຄຳເພົາ ເອີນທະວັນ, ໄດ້ເນັ້ນໜັກເປັນພິເສດເຖິງການພົວພັນ ລາວ - ຫວຽດນາມ ໃນປີຜ່ານມາ:

        “ໃນປີຜ່ານມາ, ສະພາບການພາກພື້ນ ແລະ ສາກົນ ສືບຕໍ່ຜັນແປໄປຢ່າງສັບສົນ ແລະ ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ໂລກ ກໍຄືສອງປະເທດ ລາວ ແລະ ຫວຽດນາມ. ແຕ່ເຖິງຢ່າງໃດກໍຕາມ ພັກ, ລັດ ລາວ ແລະ ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຢ່າງສະເໝີຕົ້ນສະເໝີປາຍ, ເຊິ່ງເປັນການຢືນຢັນອັນໜັກແໜ້ນສາຍພົວພັນແບບພິເສດໜຶ່ງດຽວ ທີ່ສະແດງອອກຜົນສຳເລັດຂອງກອງປະຊຸມພົບປະສອງກົມການເມືອງ ຄັ້ງວັນທີ 26 ກຸມພາ ປີ 2024 ທີ່ຜ່ານມາ. ສອງຝ່າຍສືບຕໍ່ສົ່ງເສີມການຜັນຂະຫຍາຍການຮ່ວມມືດ້ານເສດຖະກິດ - ສັງຄົມ ຢ່າງຕັ້ງໜ້າ ເຊິ່ງໄດ້ຈັດກອງປະຊຸມທະວີພາຄີ ຄັ້ງທີ 46. ນອກຈາກນັ້ນແລ້ວ, ຜົນກອງປະຊຸມພົບປະໃນລະດັບສູນກາງ ຮອດ ທ້ອງຖິ່ນ ກໍໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງກວ້າງ ແລະ ລວງເລິກ, ມີປະສິດທິພາບ ແລະ ປະສິດທິຜົນ, ສາມາດນຳເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດນັບມື້ນັບສູງຂຶ້ນ”.

ສະ​ຖານ​ທູດ ລາວ ທີ່ ຮ່າ​ໂນ້ຍ ຈັດງານ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ລາວ ພ​ສ.2567 - ảnh 2ບັນດາຜູ້ແທນ, ແຂກຖືກເຊີນ ເຂົ້າຮ່ວມພິທີບາສີສູ່ຂວັນ (ພາບ: My Binh)

        ທີ່ພິທີ, ບັນດາຜູ້ແທນ, ແຂກຖືກເຊີນ ໄດ້ຮັບຊົມບັນດາລາຍການສະແດງສິລະປະໂດຍນັກສຶກສາລາວ ສະແດງ, ເຂົ້າຮ່ວມພິທີບາສີສູ່ຂວັນ, ມັດແຂນ ແລະ ຮັບປະທານອາຫານທີ່ເປັນເອກະລັກຂອງລາວ ອີກດ້ວຍ. ນອກຈາກນັ້ນແລ້ວ, ແຂກຖືກເຊີນຍັງໄດ້ເຊື່ອມຕົວເຂົ້າກັບສຽງຂັບ, ສຽງລຳ, ການຟ້ອນລຳວົງ ແລະ ຫົດນ້ຳອວຍພອນເຊິ່ງກັນ ແລະ ກັນ, ເຊິ່ງເປັນໜຶ່ງໃນບັນດາຈຸດວັດທະນະທຳທີ່ເປັນເອກະລັກໃນ ບຸນປີໃໝ່ ລາວ./.

ຕອບກັບ

ຂ່າວ/ບົດ​ອື່ນ