ສະຖານທູດ ລາວ ປະຈຳ ຫວຽດນາມ ຈັດຕັ້ງບຸນປີໃໝ່ຢູ່ ຮ່າໂນ້ຍ

(vovworld) - ຕອນ​ຄຳ່​ວັນ​ທີ 07/04 ຢູ່​ ຮ່າ​ໂນ້ຍ ສະຖານທູດ ລາວ ປະຈຳ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ງານ​ລ້ຽງ​ຂ່ຳ​ນັບ​ຮັບ​ຕ້ອນ​ບຸນປີ​ໃໝ່ (ພສ 2560) ປີ​ລະກາ 2017. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ທອງ​ສະຫວັນ ​ພົມວິຫານ ເອກ​ອັກຄະ​ລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ​ໄດ້ຊີ້​ແຈ້ງ​ບາງ​ຜົນງານ ​ເຊິ່ງປະຊາຊົນ​ບັນດາ​ເຜົ່າ ລາວ ອ້າຍ​ນ້ອງ​ບັນລຸ​ໄດ້​ໃນ​ປີຜ່ານ​ມາ ​ແລະ ຢືນຢັນ​ວ່າ ບັນດາ​ຜົນງານ​ນັ້ນ ​ສ່ວນ​ໜຶ່ງ​ແມ່ນ​ຍ້ອນ​ມີ​ການ​ຊ່ວຍ​ເຫຼືອ​ຂອງ​ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ.

ສະຖານທູດ ລາວ ປະຈຳ ຫວຽດນາມ ຈັດຕັ້ງບຸນປີໃໝ່ຢູ່ ຮ່າໂນ້ຍ - ảnh 1
ທ່ານ ທອງ​ສະຫວັນ ​ພົມວິຫານ ເອກ​ອັກຄະ​ລັດຖະທູດ
ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສປປ.ລາວ ປະຈຳ ຫວຽດນາມ





ສະຖານທູດ ລາວ ປະຈຳ ຫວຽດນາມ ຈັດຕັ້ງບຸນປີໃໝ່ຢູ່ ຮ່າໂນ້ຍ - ảnh 2
ທ່າ​ນ ຟ້າ​ມບີ​ງມິ​ງ ຮອງ​ນາຍົກລັດຖະມົນຕີ,
ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ ຫວຽດນາມ

ຕາງໜ້​າພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ, ທ່າ​ນ ຟ້າ​ມບີ​ງມິ​ງ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ສົ່ງ​ຄຳ​ອວຍພອນ​ປີ​ໃໝ່​ເຖິງ​ການ​ນຳ​ພັກ, ລັດ ​ແລະ ປະຊາຊົນ ລາວ. ທ່ານ​ຮອງ​ນາຍົກລັດຖະມົນຕີ  ຟ້າ​ມບີ​ງມິ​ງ ຢືນຢັນ​ວ່າ: ຫວຽດນາມ ໝັ້ນ​ໝາຍ​ຈະພ້ອມ​ກັບປະ​ເທດ ລາວ ອ້າຍ​ນ້ອງ​ຮັກສາ ​ແ​ລະ ​ເສີມ​ຂະຫຍາຍມູນ​ເຊື້ອ​​ສາ​ມັກ​ຄີ​ມິດຕະພາບ​​ແບບ​ພິ​ເສດ, ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານລະຫວ່າງ 2 ປະ​ເທດ​​ໃຫ້ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ. ທ່າ​ນຮອງນາຍົກລັດຖະມົນຕີ ຟ້າ​ມບີ​ງມິ​ງ ​ກ່າວ​ວ່າ:

        “​ໃນ​ປີຜ່ານມາ, ​ເຖິງ​ວ່າ​ສະພາບ​ການ​ໂລກ ​ແລະ ພາກ​ພື້ນ​ມີ​ການ​ຜັນ​ແປ​ສັບສົນ​ຫລາຍ​ຢ່າງ​ ​ແຕ່ລະ​ປະ​ເທດ​ມີ​ຄວາມ​ຫຍຸ້ງຍາກ​​ສະ​ເພາະ​ກໍ່ຕາມ, ​ແຕ່​ດ້ວຍ​ຄວາມ​ຕັດສິນ​ໃຈ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງທັງ​ 2 ຝ່າຍ, ການ​ພົວພັນ​ຮ່ວມ​ມື ຫວຽດນາມ - ລາວ ບັນລຸ​ໄດ້ຮັບ​ຜົນງານ​ສຳຄັນ​ຫລາຍ​ຢ່າງ. ການ​ພົວພັນ​ດ້ານ​ການ​ເມືອງ​ໄດ້​ຮັບ​ການຮັດ​ແໜ້ນ ​ແລະ ນັບ​ມື້​ນັບສະໜິດ​ຕິດ​ພັນ ​ໄວ້​ເນື້ອ​ເຊື່ອ​ໃຈ​ກ່ວາ. 2 ຝ່າຍ​ແລກປ່ຽນ​ການ​ຢ້ຽມຢາມ ​ແລະ ການ​ພົບ​ປະຂັ້ນ​ສູງ​ເປັນ​ຫລາຍ​ຄັ້ງ, ດຳ​ເນີນ​ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ, ​ແລກປ່ຽນ​ບົດຮຽນ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ…

ສະຖານທູດ ລາວ ປະຈຳ ຫວຽດນາມ ຈັດຕັ້ງບຸນປີໃໝ່ຢູ່ ຮ່າໂນ້ຍ - ảnh 3
ແຂກ​ຜູ້​ມີ​ກຽດຮັບ​ປະທານ​ອາຫານ​ຫລາຍ​ເຍື່ອງ​ທີ່​ເປັນ​ມູນ​ເຊື້ອ​ຂອງ ລາວ

        ທີ່​ພິທີ, ​ແຂກ​ຜູ້​ມີ​ກຽດ​ຍັງ​ເຂົ້າ​ຮ່ວມ​ພິທີ​ບາສີສູ່ຂວັນ, ພ້ອມ​ກັນ​ຟ້ອມລຳວົງ ​ແລະ ຮັບ​ປະທານ​ອາຫານ​ຫລາຍ​ເຍື່ອງ​ທີ່​ເປັນ​ມູນ​ເຊື້ອ​ຂອງ ລາວ ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ