ສະຖານທູດ​ຫວຽດນາມ​ປະຈຳ​ຍີ່​ຢຸ່ນຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນຊາດ02/09

ສະຖານທູດ​ຫວຽດນາມ​ປະຈຳ​ຍີ່​ຢຸ່ນຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນຊາດ02/09 - ảnh 1
ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຈັດ​ຕັ້ງ​
ພິທີ​ສະ​ເຫຼີ​ມສະຫຼອງ 71 ປີ​ແຫ່ງ​ການ​ວັນຊາດ


(vovworld) - ​​ ຕອນ​ຄ່ຳ​ວັນ​ທີ 31/08 ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 71 ປີ​ແຫ່ງ​ການ​ວັນຊາດ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ (02/09/1945 – 02/09/2016) ຢ່າງ​ສົມ​ກຽດ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ເກືອບ 400 ທ່ານ​ ​​ເຊິ່ງແມ່ນ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ລັດຖະບານ, ສະມາຊິກ​ລັດຖະສະພາ, ການ​ນຳ​ບັນດາ​ທ້ອງ​ຖິ່ນ​ຂອງ ຍີ່ປຸ່ນ; ຄະນະ​ທູຕານຸທູດ, ສະຖານທູດ​ບັນດາ​ປະ​ເທດ ອາ​ຊຽນ, ປະຊາ​ຄົມ​ວິ​ສາ​ຫະກິດ ຍີ່ປຸ່ນ ​ແລະ ຫວຽດນາມ, ພ້ອມ​ກັບ​ພໍ່​ແມ່​ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່ ຍີ​່ປຸ່ນ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຫງວຽນ​ກວກ​ເກື່ອງ ​ເນັ້ນ​ໜັກ​ວ່າ ບົດບາດ​ໃຫຍ່​ຫລວງ​ຂອງ ຍີ​່ປຸ່ນ ຍາມ​ໃດ​ກໍ່​ຮ່ວມ​​ເດີນທາງບົນ​ເສັ້ນທາງ​ປະຕິ​ຮູບ​ຂອງ ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ກວກ​ເກື​່ອງ ກໍ່​ໃຫ້​ຮູ້​ວ່າ: ຫວຽດນາມ - ຍີ່ປຸ່ນ ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ສຳຄັນ​ເຊິ່ງກັນ ​ແລະ ກັນ​ໃນ​ທຸກ​ຂົງ​ເຂດ ນັບ​ແຕ່​ດ້ານ​ການ​ເມືອງ, ການ​ທູດ,  ​ເສດຖະກິດຕະຫລອດ​ຮອດ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ. ​ໃນ​ນັ້ນ ຜົນສຳ​ເລັດ​ທີ່​ສຸດ​ໃນ​ການ​ພົວພັນ 2 ຝ່າຍ​ລະຫວ່າງ 2 ປະ​ເທດນັ້ນ​ແມ່ນ​ການພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ. 

ຂ່າວ/ບົດ​ອື່ນ