ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ໄພ​ນາບ​ຂູ່​ຂອງ ການກໍ່​ການ​ຮ້າຍ ຕໍ່​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ​ທົ່ວ​ໂລກ.

(VOVWORLD) - ຕອນບ່າຍວັນທີ 15 ກຸມພາມ, ຕາມເວລາ ອາເມລິກາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມສາມັນ ເພື່ອປຶກສາຫາລືກ່ຽວກັບບັນດາໄພນາບຂູ່ການກໍ່ການຮ້າຍ ຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງ ທົ່ວໂລກ.
ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ໄພ​ນາບ​ຂູ່​ຂອງ ການກໍ່​ການ​ຮ້າຍ ຕໍ່​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ​ທົ່ວ​ໂລກ. - ảnh 1ສະຖານທີ່ເກີດເຫດວາງລະເບີດຂອງກຸ່ມການກໍ່ການຮ້າຍ ຢູ່ປາກິດສະຖານ (ພາບ: THX/TTXVN)

ຕາມບົດລາຍງານສະບັບທີ 18 ຂອງ ຫ້ອງວ່າການປ້ອງກັນ, ຕ້ານການກໍ່ການຮ້າຍກ່ຽວກັບໄພນາບຂູ່ ເຊິ່ງ ກຸ່ມ ລັດອິດສະລາມອ້າງຊື່ເອງ (IS) ກໍ່ຂຶ້ນຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ໄດ້ສະເໜີຢູ່ກອງປະຊຸມ, ບັນດາສາຂາຂອງ IS ຍັງພວມພັດທະນາຢູ່ ອາບຟຼິກກາ. ບົດລາຍງານຕີລາຄາວ່າ ການເຄື່ອນໄຫວຂອງ IS ໄດ້ຫຼຸດລົງຢູ່ບັນດາປະເທດຄື: ອິນໂດເນເຊຍ, ມາເລເຊຍ, ເອຢິບ, ອາບການິດສະຖານ ແລະ ໂມຊຳບິກ. ເຖິງຢ່າງໃດກໍຕາມ, ນັບແຕ່ທ້າຍປີ 2023, IS ເລີ່ມເພີ່ມບັນດາເຫດບຸກໂຈມຕີ ຢູ່ ອີຣັກ, ຊີຣີ ຫຼື ຟີລິບປິນ ແລະ ຢູ່ເຂດອາບຟຼິກກາຕາເວັນຕົກ ແລະ ເຂດ Sahel.

ທ່ານ Vladimir Voronkov ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບ ການປ້ອງກັນ, ຕ້ານການກໍ່ການຮ້າຍ ເນັ້ນໜັກວ່າ IS ຍັງແມ່ນໄພນາບຂູ່ຢ່າງຮ້າຍແຮງຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ເປັນຕົ້ນແມ່ນບັນດາເຂດເກີດການປະທະກັນ, ໂດຍບໍ່ຫົວຊາຕໍ່ຄວາມຄືບໜ້າທີ່ຫຼາຍພໍສົມຄວນ ເຊິ່ງບັນດາປະເທດ ສະມາຊິກ ສປຊ ບັນລຸໄດ້ໃນການຕ້ານໄພນາບຂູ່ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ