ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ສື່ມວນ​ຊົນ ກ່ຽວ​ກັບ​ສະ​ພາບ​ການ​ຢູ່ ຊູ​ດັງ

(VOVWORLD) -ວັນທີ 28 ຕຸລາ (ຕາມເວລາ ນິວຢອກ), ສະພາຄວາມໝັ້ນຄົງ ສປຊ ໄດ້ຮັບຮອງເອົາຖະແຫຼງການສື່ມວນຊົນ ກ່ຽວກັບການຜັນແປຫວ່າງມໍ່ໆມານີ້ຢູ່ ຊູດັງ.

ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ສື່ມວນ​ຊົນ ກ່ຽວ​ກັບ​ສະ​ພາບ​ການ​ຢູ່ ຊູ​ດັງ - ảnh 1ພາບປະກອບ:  THX/TTXVN

ໃນຖະແຫຼງການສື່ມວນຊົນນີ້ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບ ກອງທັບຢຶດເອົາສິດຄຸ້ມຄອງໃນວັນທີ 25 ຕຸລາ ທີ່ຜ່ານມາ ຢູ່ ຊູດັງ ແລະ ເລື່ອງບາງລະບອບລະບຽບການໃນການຂ້າມຜ່ານຢູ່ປະເທດນີ້ ຖືກງົດຊົ່ວຄາວ.

ຖະແຫຼງການໄດ້ຮຽກຮ້ອງ ປ່ອຍຕົວເປັນອິດສະຫຼະໃຫ້ແກ່ເຈົ້າໜ້າທີ່ໝົດທຸກຄົນ ທີ່ພວມຖືກກັກຕົວ ແລະ ຮັບຮູ້ ຂໍ້ມູນກ່ຽວກັບເລື່ອງທ່ານນາຍົກລັດຖະມົນຕີ Abdallah Hamdok ໄດ້ປ່ອຍຕົວເປັນອິດສະຫຼະ. ພ້ອມກັນນັ້ນ, ຖະແຫຼງການກໍ່ຮຽກຮ້ອງໃຫ້ ບັນດາຝ່າຍທີ່ກ່ຽວຂ້ອງ ຮັບປະກັນຫຼັກການ ຂອງ ລັດຖະດຳລັດ, ລັດຖະທຳມະນູນ ປີ 2019 ແລະ ຂໍ້ຕົກລົງສັນຕິພາບ Juba ປີ 2020, ຂໍ້ຕົກລົງພື້ນຖານ ໃຫ້ແກ່ວິວັດການປ່ຽນຜ່ານປະຊາທິປະໄຕຢູ່ ຊູດັງ.

ຖະແຫຼງການກໍ່ຢັ້ງຢືນຄືນການສະໜັບສະໜູນຕໍ່ ການເຄື່ອນໄຫວຂອງ ຄະນະປະຕິບັດການໜູນຊ່ວຍຂ້າມຜ່ານຂອງ ສປຊ ປະຈຳ ຊູດັງ (UNITAMS).

ຕອບກັບ

ຂ່າວ/ບົດ​ອື່ນ