ສະພາຄວາມໝັ້ນຄົງ ສປຊ ຮັບຮອງເອົາມະຕິລົງໂທດໃໝ່ສຳລັບ ສປປ. ເກົາຫຼີ

ສະພາຄວາມໝັ້ນຄົງ ສປຊ ຮັບຮອງເອົາມະຕິລົງໂທດໃໝ່ສຳລັບ ສປປ. ເກົາຫຼີ - ảnh 1
ເຂດ​ Punggye-ri ໄດ້​ຮັບ​ຖື​ວ່າ​ແມ່ນ​ສະ​ຖາ​ນ​ທີ່ ສ​ປ​ປ ເກົາຫຼີ ດຳ​ເນີນ​ການ​ທົດ​ລອງ ນິວ​ເຄຼຍ
(ພາບ: EPA)

(vovworld) - ​​​ ​​​ຕອນ​ເຊົ້າ​ວັນ​ທີ 30/11, ດ້ວຍ​ຈຳ​ນວນ​ບັດ​ສະ​ໜັບ​ສະ​ໜູນ 15 ບັດ ແລະ ບໍ່​ມີ​ບັດ​ຕ້ານ, ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ລົງ​ໂທດ​ໃໝ່​ສຳ​ລັບ ສ​ປ​ປ ເກົາຫຼີ. ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ໄດ້​ສຸ​ມ​ໃສ່​ເຂົ້າ​ໃນ​ຂົງ​ເຂດ​ສົ່ງ​ອອກ​ຖ່ານ​ຫີນ, ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ແຫຼ່ງ​ລາ​ຍ​ຮັບເງິນ​ຕ່າງ​ປະ​ເທດ​ໃຫຍ່​ທີ່​ສຸດ​ຂອງ ສປ​ປ ເກົາຫຼີ, ດ້ວຍ​​ຈຸດ​ໝາຍ​ຫລຸ​ດ​ຜ່ອນ​ກ່​ວາ 60% ປະ​ລິ​ມານ​ການ​ສົ່ງ​ອອກ​ຖ່ານ​ຫີນ​ໃນ​ແຕ່​ລະ​ປີ​ຂອງ​ປະ​ເທດນີ້. ພ້ອມ​ກັນ​ນັ້ນ​​ບັນ​ດາ​ປະ​ເພດ​ໂລ​ຫະ​ຄື​: ທອງ, ນີ​ແກນ, ເງິນ… ກໍ່​ນອນ​ໃນ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ປະ​ເພດ​ສິນ​ຄ້າ​ຖືກ​ເກືອດຫ້າມ​ສົ່ງ​ອອກ​ຈາກ​ຝ່າຍ ສ​ປ​ປ ເກົາຫຼີ. ຄາດ​ວ່າ, ບັນ​ດາ​ມາດ​ຕະ​ການ​ລົງ​ໂທ​ດ​ໃໝ່​ຈະ​ເຮັດ​ໃຫ້​ແຫຼ່ງ​ລາຍ​ຮັບ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ ສ​ປ​ປ ເກົາຫຼີ ຖືກ​ຫລຸດ​ລົງ​ປະ​ມານ 800 ລ້ານ USD ໃນ​ແຕ່​ລະ​ປີ.

        


ຂ່າວ/ບົດ​ອື່ນ