ສະພາຄວາມໝັ້ນຄົງ ສປຊ ຮຽກຮ້ອງ ອຳນາດການປົກຄອງຊີຣີ ຖອນທະຫານກ່ອນກຳນົດເວລາ

ສະພາຄວາມໝັ້ນຄົງ ສປຊ ຮຽກຮ້ອງ ອຳນາດການປົກຄອງຊີຣີ ຖອນທະຫານກ່ອນກຳນົດເວລາ - ảnh 1
ຜູ້ແຫ່ຂະບວນປະທ້ວງ ຄັດຄ້ານ ທ່ານປະທານາທິບໍດີ Bashar Al-Assad
(ພາບ: Reuters)

(vovworld) – ວັນ​ທີ 5/4, ສະພາ​ຄວາມ​ໝັ້ນ​ຄົງ​ສະຫະ​ປະຊາ​ຊາດ ​ໄດ​້ຮັບຮອງ​ເອົາ​ຖະ​ແຫຼ​ງ ການ​ສະບັບໜຶ່ງ, ຮຽກຮ້ອງ​​ໃຫ້ອຳນາດ​ການ​ປົກຄອງ ຊີຣີ ມີ​ການ​ກະທຳ​ຢ່າງ​ຮີບ​ດ່ວນ ​ເພື່ອ​​ຖອນ​ທະຫານ ​ແລະ ອາວຸດ​ອອກ​ຈາກ​ບັນດານະຄອນ​ທີ່​ເປັນ​ຈຸດ​ຮ້ອນ​​ເຮັ່ງຢູ່​ປະ​ເທດ​ນີ້ຄື​ດັ່ງທີ່ໄດ້​ຕົກລົງ​ນຳ​ກັນ ​​ໂດຍ​ຈຸດ​ເວລາ​ສຸດ​ທ້າຍ​ແມ່ນ​ວັນ​ທີ 10/4. ຖະ​ແຫຼ​ງການ​ໂດຍ​ອາ​ເມ​ລິ​ກາ​ ສົມທົບ​ກັນ​ຮຽບຮຽງ​ພ້ອມ​ກັບ ອັງກິດ, ຟຣັ່ງ ​ແລະ ​ເຢຍລະ​ມັນ, ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ ຢູ່​ຊີຣີ ​ເລີ່​ມຕົ້ນ​ປະຕິບັດ​ການຢຸດ​ຍິງ ວັນ​ລະ 2 ຊົ່ວ​ໂມງ ​ເພື່ອ​ອະນຸຍາດ​​ໃຫ້ສຳ​ພັດ​ກັບ​ບັນດາ​ການ​ເຄື່ອ​ນ​ໄຫວ​ຊ່ວຍ​​ເຫຼືອ​ມະນຸດສະທຳ. ​ໃນ​ຖະ​ແຫຼ​ງການ​ນີ້, ອີກ​ເທື່ອ​ໜຶ່ງ ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ​ໄດ້ ສະໜັບສະໜູນ​​ແຜນການ​ສັນຕິພາບ​ຂອງ​ທ່ານ Kofi Annan ຢູ່ ຊີ​ຣີ, ພ້ອມ​ທັງ​ຮຽກຮ້ອງ​ທ່ານ Annan ສືບ​ຕໍ່ລາຍ​ງານ​ກັບ​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ການ​ປະຕິບັດ​ຂອງ ຊີຣີ ກໍ​ຄື​ຄວາມ​ຄືບ​ໜ້າ​ໃນການ​ປະຕິບັດ​ແຜນກາ​ນສັນຕິພາບ 6 ຂໍ້​ເຊິ່ງທ່ານ Annan ຍົກ​ອອກ​ມາ. ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ​ໃຫ້​ຮູ້​ວ່າ: ຈະ​ອີງ​ໃສ່​ບົດ​ລາຍ​ງານ​ຂອງ​ທ່ານ Annan ​ເພື່ອ​ພິຈາລະນາ​ບັນດາ​ບາດກ້າວ​ຕໍ່​ໄປ​ໃຫ້​ເໝາະ​ສົມ.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ຈີນ​ໄດ້​ຮຽກຮ້ອງ​ທຸກ​ຝ່າຍ​ທີ່​ກ່ຽວຂ້ອງ​ຮ່ວມ​ມື​ຢ່າງ​ຕັ້ງໜ້າ​ດ້ວຍ​ບັນດາ​ຄວາມ​ມານະ​ພະຍາຍາມ​​ໃນ​ການໄກ່​ເກ່ຍ​​ວິ​ກິດ​ການ​ຢູ່ ຊີຣີ.

        ຢູ່ມົດ​ສະ​ກູ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergei Lavrov ​ໄດ້ສະ​ເໜີ​ໃຫ້​ທ່ານ Annan ຄວນ​ກໍ​ກຳລັງ​ດັນ​ຕໍ່ກຳລັງ​ຝ່າຍ​ຄ້ານ​ຢູ່ຊີຣີ ພາຍຫຼັງ​ທີ່​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ອອກ​ຖະ​ແຫຼ​ງການ​ຮຽກຮ້​ອງ​ໃຫ້ອຳນາດ​ການ​ປົກຄອງ​ ຊີຣີ ປະຕິບັດ​ການ​ຖອນ​ທະ​ຫານຕາມ​ຈຸດ​​ເວລາ​ສຸດ​ທ້າຍທີ່​ໄດ້ກຳນົດ.

ຂ່າວ/ບົດ​ອື່ນ