ສະພາຄວາມໝັ້ນຄົງສະຫະປະຊາຊາດປຶກສາຫາລືເປີດກ່ຽວກັບບັນດາການຜັນແປຢູ່ເຂດຕາເວັນອອກກາງ

(VOVWORLD) - ບັນດາພາລະກອນມະນຸດສະທຳສາກົນກໍ່ຕ້ອງປະເຊີນໜ້າກັບສະພາບການຖືກປະຕິເສດ, ໂຈະການເຂົ້າເຖິງ
ສະພາຄວາມໝັ້ນຄົງສະຫະປະຊາຊາດປຶກສາຫາລືເປີດກ່ຽວກັບບັນດາການຜັນແປຢູ່ເຂດຕາເວັນອອກກາງ - ảnh 1(ພາບປະກອບ: THX/TTXVN)

        ວັນທີ 16 ກັນຍາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ດຳເນີນວາລະປຶກສາຫາລືເປີດກ່ຽວກັບບັນດາການຜັນແປຢູ່ເຂດຕາເວັນອອກກາງ, ຈຸດສຸມແມ່ນສະພາບການມະນຸດສະທຳຢູ່ເຂດ ກາຊາ ແລະ ວິວັດການປະຕິບັດມະຕິເລກທີ 2720 ຂອງສະພາຄວາມໝັ້ນຄົງ. ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານ Sigrid Kaag, ຜູ້ປະສານງານຂັ້ນສູງສະຫະປະຊາຊາດ ຮັບຜິດຊອບວຽກງານມະນຸດສະທຳ ແລະ ສ້າງເຂດ ກາຊາ ຄືນໃໝ່ (SHRC) ເນັ້ນໜັກວ່າ, ບັນດາການເຄື່ອນໄຫວເປັນປໍລະປັກຍັງເກີດຂຶ້ນຢູ່ເຂດ ກາຊາ, ພ້ອມກັນນັ້ນແມ່ນສະພາບລະເມີດກົດໝາຍ, ລັກເອົາສິນຄ້າສະໜອງ ແມ່ນບັນດາສິ່ງກີດຂວາງໃຫຍ່ສຳລັບຄວາມມານະພະຍາຍາມຂອງສະຫະປະຊາຊາດ ໃນການແຈກຢາຍເຄື່ອງອຸປະຖຳ. ນອກນັ້ນ, ບັນດາພາລະກອນມະນຸດສະທຳສາກົນກໍ່ຕ້ອງປະເຊີນໜ້າກັບສະພາບການຖືກປະຕິເສດ, ໂຈະການເຂົ້າເຖິງ, ຂາດການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ບໍ່ສາມາດມີພື້ນຖານໂຄງລ່າງທີ່ເໝາະສົມໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ