ສະພາບການຢູ່ ຊິຣີ ພວມຜັນແປ່ຕາມທິດຫຍໍ້ທໍ້

ສະພາບການຢູ່ ຊິຣີ ພວມຜັນແປ່ຕາມທິດຫຍໍ້ທໍ້ - ảnh 1

ສະພາບ​ການ​ຢູ່ ຊິຣີ ພວມ​ຜັນ​ແປ່​ຕາມ​ທິດ​ຫຍໍ້​ທໍ້

(ພາບ: ອີນເຕີເນັດ)

(vovworld) - ສະພາບ​ການ​ຢູ່ ຊີ​ຣີ ພວມ​ຜັນ​ແປ່​ໄປ​ຢ່າງ​ສັບ​ສົນ ດ້ວຍ​ການ​ປະ​ທະ​ກັນ​ຄັ້ງ​ຕ່າງໆ​​ທີ່ເກີດ​ຂຶ້ນ​ຢູ່​ບັນດາ​ທ້ອງ​ຖິ່ນ, ​ໃນ​ຂະນະ​ທີ່​ບັນດາ​ພາລະ​ກອນ​ສະພາ​ກາ​ແດງສາກົນ​ບໍ່​ມີ​ສິດ​​ສຳ​ພັດ​ກັບ​ນະຄອນຫຼວງ​ Homs. ວັນ​ທີ 2/3, ທ່ານ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ Ban Ki Mun ​ໄດ້​ສະ​ແດງ​ຄວາມ​ວິ​ຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ພວມ​ປີນຂັ້ນ​​ໄດ ຢູ່​ຊີຣີ ​ເຮັດ​ໃຫ້​​ສາມັນ​ຊົນ​ຫຼາຍ​ຄົນ​ເສຍ​ຊີວິ​ດ. ກ່າວ​ຄຳ​ເຫັນ​ຕໍ່​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ, ທ່ານ Ban Ki Mun ​ເນັ້ນ​ໜັກ​ວ່າ: ນີ້​ແມ່ນ​ຈຸດ​ເວລາ​ເພື່ອ​​ໃຫ້ປະຊາ​ຄົມ​ໂລກອອກສຽງ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ມະນຸດສະທຳ​ໃຫ້​ແກ່​ປະຊາຊົນ ຊີຣີ ​ແລະ ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​​ຢ່າງ​ຕໍ​ເນື່ອງມີ​ໄພ​ພາ​ໃຫ້​ຊີຣີ ຕົກ​ເຂົ້າ​ສູ່​ສະພາບ​ເສິກກາງ​ເມືອງ ​ແລະ ການ​ປະ​ທະ​ກັນ​ທາງ​ສາສະໜາ.

        ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ Bashar Ja Afari, ​ເອກ​ອັກຄະ​ລັດຖະທູ​ດຊີຣີ ປະຈຳ ສະຫະ​ປະຊາ​ຊາດ ຖື​ວ່າ: ບັນດາ​ອົງການ​ຂອງ​ສະຫະ​ປະຊາ​ຊາດ​ບໍ່​ໄດ້​ຮັບ​ຮູ້​ຂໍ້​ມູນ​ຂ່າວສານ​ຢ່າງ​ແທ້​ຈິງ​ກ່ຽວ​ກັບ​ສະພາບ​ການ​ຢູ່ ຊີຣີ.

        ​ໃນ​ຂະນະ​ນັ້ນ, ບັນດາ​ປະ​ເທດ​ມະຫາ​ອຳນາດ​ໄດ້​ເພີ່ມ​ຄວາມ​ກົດ​ດັນ​ຕໍ​ລັດຖະບານ​ ຊີຣີ. ​ໃນ​ສະພາບ​ການ​ທີ່​ກ່ຽວຂ້ອງ, ທ່ານ​ນາຍົກ​ລັດຖະມົນຕີ ລັດ​ເຊຍ Vladimir Putin ຖະ​ແຫຼ​ງວ່າ: ໜ້າທີ່​ຕົ້ນຕໍ​ຂອງ​ລັດ​ເຊຍ ​ໃນ​ການ​ແກ້​ໄຂ​ສະພາບ​ການ​ຢູ່ ຊີຣີ ​ແມ່ນ​ຢຸດຕິ​ສະພາບ​ການ​ນອງ​ເລືອດ ​ແລະ ນຳ​ບັນດາ​ຝ່າຍ​ປະ​ທະ​ກັນ​ກັບ​ຄືນ​ສູ່​ໂຕະ​ເຈລະຈາ.

ຂ່າວ/ບົດ​ອື່ນ