ສະພາບການຢູ່ຕາເວັນອອກກາງ: IDF ແລະ Hezbollah ສືບຕໍ່ປະທະກັນຢ່າງດຸເດືອດ

(VOVWORLD) - ຕອນຄ່ຳວັນທີ 07 ຕຸລາ, ກຳລັງ Hezbollah ຖະແຫຼງວ່າ ໄດ້ຍິງລູກຈະຫຼວດບຸກໂຈມຕີຖານທີ່ໝັ້ນສືບລາຊະການລັບຂອງກອງທັບ ອິດສະຣາແອັນ ຢູ່ໃກ້ກັບນະຄອນ Tel Aviv, ທາງພາກກາງ ອິດສະຣາແອັນ.
ສະພາບການຢູ່ຕາເວັນອອກກາງ: IDF ແລະ Hezbollah ສືບຕໍ່ປະທະກັນຢ່າງດຸເດືອດ - ảnh 1ອິດສະຣາແອັນ ບຸກໂຈມຕີບັນດາເປົ້າໝາຍຢູ່ ລີບັງ
(ພາບ: AFP)

        ວັນທີ 07 ຕຸລາ, ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ແລະ ຂະບວນການ Hezbollah ຢູ່ ລີບັງ ສືບຕໍ່ປະທະກັນຢ່າງດຸເດືອດ, ເປີດບັ້ນບຸກໂຈມຕີຫຼາຍຄັ້ງໃສ່ກັນ.

        ຕອນຄ່ຳວັນທີ 07 ຕຸລາ, ກຳລັງ Hezbollah ຖະແຫຼງວ່າ ໄດ້ຍິງລູກຈະຫຼວດບຸກໂຈມຕີຖານທີ່ໝັ້ນສືບລາຊະການລັບຂອງກອງທັບ ອິດສະຣາແອັນ ຢູ່ໃກ້ກັບນະຄອນ Tel Aviv, ທາງພາກກາງ ອິດສະຣາແອັນ. IDF ຢັ້ງຢືນວ່າ, ມີລູກຈະຫຼວດ 5 ລູກໄດ້ຍິງຈາກເຂດດິນແດນ ລີບັງ ເຂົ້າໃສ່ຖານທີ່ໝັ້ນ Glilot - ເປັນແຫ່ງຕັ້ງສຳນັກງານສືບລາຊະການລັບ 8200 ແລະ ໃກ້ກັບສຳນັກງານອົງການສືບລາຊະການລັບ Mossad. ມີລູກຈະຫຼວດຈຳນວນໜຶ່ງຖືກລະບົບປ້ອງກັນອາກາດຂອງ ອິດສະຣາແອັນ ຍິງຕົກ, ຈຳນວນທີ່ຍັງເຫຼືອຕົກໃສ່ເຂດເປົ່າຫວ່າງ ແລະ ບໍ່ກໍ່ຄວາມບາດເຈັບລົ້ມຕາຍ ຫຼື ຄວາມເສຍຫາຍຫຼາຍປານໃດ.

        ກ່ອນການບຸກໂຈມຕີດັ່ງກ່າວ, Hezbollah ໄດ້ດຳເນີນການຍິງລູກສອນໄຟປະມານ 135 ລູກ, ບຸກໂຈມຕີຢູ່ຫຼາຍເຂດທີ່ແຕກຕ່າງກັນຢູ່ທາງພາກເໜືອ ອິດສະຣາແອັນ.

        ສ່ວນ IDF ແຈ້ງໃຫ້ຊາບວ່າ, ໄດ້ລະດົມເຮືອບິນສູ້ຮົບ 100 ລຳເພື່ອບຸກໂຈມຕີກວ່າ 120 ເປົ້າໝາຍ Hezbollah ຢູ່ທາງທິດໃຕ້ ລີບັງ ໃນວັນທີ 07 ຕຸລາ.

        ຈຳນວນຜູ້ຮັບບາດເຈັບ ແລະ ເສຍຊີວິດໃນບັນດາເຫດບຸກໂຈມຕີຄັ້ງຫຼ້າສຸດຂອງ ອິດສະຣາແອັນ ໃສ່ ບີລັງ ຍັງບໍ່ທັນໄດ້ປະກາດເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ