ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ມາຮອດປັດຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 78.269 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 13.421 ຄົນ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ສັກວັກຊິນກັນໂຄວິດ - 19 ໃຫ້ແກ່ປະຊາຊົນອິນໂດເນເຊຍ (ພາບ: THX/TTXVN)

ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ຕອນຄ່ຳວັນທີ 22 ກໍລະກົດ ຫາເວລາ 6 ໂມງຂອງວັນທີ 23 ກໍລະກົດ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 3.898 ຄົນ, ໃນນັ້ນ ຢູ່ນະຄອນໂຮ່ຈີມິນແມ່ນ 3.302 ຄົນ. ດັ່ງນັ້ນ, ມາຮອດປັດຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 78.269 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 13.421 ຄົນ.

ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ,ໃນໄລຍະເວລາ 24 ຊົ່ວໂມງທີ່ຜ່ານມາ, ໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ ຫຼາຍກ່ວາ 528.000 ຄົນ ແລະ ຜູ້ເສຍຊີວິດກ່ວາ 8.200 ຄົນ. ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດຫຼາຍກ່ວາ 193 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 4,15 ລ້ານຄົນແລ້ວ. 3 ປະເທດທີ່ມີຈຳນວນຜູ້ຕິດເຊື້ອຫຼາຍທີ່ສຸດໃນໂລກ ໃນໄລຍະເວລາ 24 ຊົ່ວໂມງທີ່ຜ່ານມາ ແມ່ນ: ອາເມລິກາ (ກ່ວາ 51.700 ຄົນ), ອິນໂດເນເຊຍ(49.509 ຄົນ) ແລະ ບຣາຊິນ (49.222 ຄົນ).

ຕອບກັບ

ຂ່າວ/ບົດ​ອື່ນ