ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ​ ແລະ ໃນ​ໂລກ

(VOVWORLD) - ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 3 ສິງຫາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ ເກືອບ 199,56 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດ ເກືອບ 4,25 ລ້ານຄົນ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ​ ແລະ ໃນ​ໂລກ - ảnh 1ພາບປະກອບ: AFP/TTXVN

ນັບແຕ່ເວລາ 18 ໂມງ 30 ນາທີ ຂອງວັນທີ 2 ສິງຫາ ຫາເວລາ 6 ໂມງຂອງວັນທີ 3 ສິງຫາ, ຫວຽດນາມ ໄດ້ຢັ້ງຢືນ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 3.578 ຄົນ, ໃນນັ້ນມີ 3.563 ຄົນຕິດເຊື້ອພາຍໃນປະເທດ. ມາຮອດປັດຈຸບັນ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 165.339 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 47.000 ຄົນ.

ກ່ຽວກັບສະພາບການສັກວັກຊິນກັນໂຄວິດ - 19, ໃນວັນທີ 2 ສິງຫາ ມີວັກຊິນກັນໂຄວິດ - 19 ເກືອບ 540.000 ໂດສໄດ້ສັກ, ອັນໄດ້ຍົກຍອດປະລິມານວັກຊິນໄດ້ສັກຂຶ້ນເຖິງ ເກືອບ 7 ລ້ານໂດສ.

ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 3 ສິງຫາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ ເກືອບ 199,56 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດ ເກືອບ 4,25 ລ້ານຄົນ.

ອາເມລິກາ ຍັງແມ່ນປະເທດຖືກຜົນກະທົບຢ່າງໜັ້ກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ  19 ເກືອບ 35,9 ລ້ານຄົນ ແລະ ຜູ້ເສຍຊີວິດເກືອບ 630.000 ຄົນ. ວັນທີ 2 ສິງຫາ, ອາເມລິກາ ບັນລຸໄດ້ເປົ້າໝາຍສັກວັກຊິນຢ່າງໜ້ອຍຊຸດ 1 ເຂັມໃຫ້ແກ່ 70% ຈຳນວນປະຊາກອນ, ຊ້າກ່ວາ 1 ເດືອນເມື່ອທຽບໃສ່ກັບເປົ້າໝາຍເບື້ອງຕົ້ນ ເຊິ່ງອຳນາດການປົກຄອງ ຂອງທ່ານປະທານາທິບໍດີ Joe Biden ຍົກອອກມາຄືໃນວັນທີ 4 ກໍລະກົດ.

ຕອບກັບ

ຂ່າວ/ບົດ​ອື່ນ