ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ປະເທດທີ່ໄດ້ຮັບຜົນສະທ້ອນຫຼາຍກ່ວາໝູ່ຍັງແມ່ນ ອາເມລິກາ ດ້ວຍຜູ້ເສຍຊີວິດ 732.476 ຄົນ ໃນຈຳນວນຜູ້ຕິດເຊື້ອ 45.135.541 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: chinhphu.vn

ຕາມເວັບໄຊ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 9 ຕຸລາ (ຕາມເວລາ UTC), ໂລກຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດ 237.969.792 ຄົນ, ໃນນັ້ນ ເສຍຊີວິດ 4.856.323 ຄົນ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີແມ່ນ 215.108.553 ຄົນ.

ປະເທດທີ່ໄດ້ຮັບຜົນສະທ້ອນຫຼາຍກ່ວາໝູ່ຍັງແມ່ນ ອາເມລິກາ ດ້ວຍຜູ້ເສຍຊີວິດ 732.476 ຄົນ ໃນຈຳນວນຜູ້ຕິດເຊື້ອ 45.135.541 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ.

ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 17 ໂມງຂອງວັນທີ 8 ຕຸລາ ຫາເວລາ 17 ໂມງຂອງວັນທີ 9 ຕຸລາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 4.513 ຄົນ, ໃນນັ້ນມີຜູ້ເຂົ້າເມືອງ 1 ຄົນ. ດັ່ງນັ້ນ ມາຮອດປັດຈຸບັນ,ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 836.134 ຄົນ, ໃນນັ້ນມີ 760.801 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ມີຜູ້ເສຍຊີວິດ 20.424 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ