ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ປະເທດຖືກຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດຍັງຄົງແມ່ນ ອາເມລິກາ, ດ້ວຍຈຳນວນຜູ້ຕິດເຊື້ອພະຍາດ ໂຄວິດ - 19 ແມ່ນ 15.351.692 ຄົນ ໃນນັ້ນມີ 290.377 ຄົນເສຍຊີວິດ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: AP 

ຕາມເວັບໄຊ ສະຖິຕິ worldometers.infoແລ້ວ, ໄລ່ຮອດເວລາ ປະມານ 1 ໂມງເຊົ້າຂອງວັນທີ 8 ທັນວາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ກ່ວາ 67,9 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດ 1.549.617 ຄົນ. ປະເທດຖືກຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດຍັງຄົງແມ່ນ ອາເມລິກາ, ດ້ວຍຈຳນວນຜູ້ຕິດເຊື້ອພະຍາດ ໂຄວິດ - 19 ແມ່ນ 15.351.692 ຄົນ ໃນນັ້ນມີ 290.377 ຄົນເສຍຊີວິດ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ແລະກໍ່ໃນເຫດການທີ່ກ່ຽວຂ້ອງໃນລະຫວ່າງວັນທີ 7 – 8 ທັນວາ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ຫວຽດນາມ ປະຈຳ ສະຫະລັດ ອາຣັບ ເອມີເລັດ (UAE), ສະຖານທູດ ຫວຽດນາມ ປະຈຳ ອິນເດຍ ແລະ ບໍລິສັດການບິນແຫ່ງຊາດ ຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງ UAE ແລະ ອິນເດຍໄດ້ຈັດສົ່ງພົນລະເມືອງ ຫວຽດນາມເກືອບ 350 ຄົນ ກັບຄືນປະເທດຢ່າງປອດໄພ. ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນ ກາມແຣັງ, ແຄ໊ງຮ່ວາ, ຜູ້ໂດຍສານທັງໝົດໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ