ສະພາບການໂລກລະບາດໂຄວິດ - 19 ຢູ່ຫວຽດນາມ ແລະ ໃນໂລກ

(VOVWORLD) -ປັດຈຸບັນ ອາເມລິກາ, ອິນເດຍ, ບຣາຊິນ, ລັດເຊຍ, ຝລັ່ງ, ອັງກິດ…ແມ່ນບັນດາປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19.
ສະພາບການໂລກລະບາດໂຄວິດ - 19 ຢູ່ຫວຽດນາມ ແລະ ໃນໂລກ - ảnh 1ຫວຽດນາມ ປີ່ນປົວຫາຍດີເປັນປົກກະຕິໃຫ້ 721.480 ຄົນໃນຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 813.961 ຄົນ
(ພາບປະກອບ: TTXVN)

ຕາມແຫຼ່ງຂ່າວໂລກລະບາດໂຄວິດ-19 ໃນວັນທີ 04 ຕຸລາ ຂອງກະຊວງສາທາລະນະສຸກຫວຽດນາມ ແລ້ວ, ນັບແຕ່ເວລາ 17 ໂມງຂອງວັນທີ 03 ຕຸລາ ຮອດເວລາ 17 ໂມງຂອງວັນທີ 04 ຕຸລາ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ 5.383 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 27.683 ຄົນ, ມີຜູ້ເສຍຊີວິດ 130 ຄົນ. ໄລ່ຮອດປະຈຸບັນ, ຫວຽດນາມ ປີ່ນປົວຫາຍດີເປັນປົກກະຕິໃຫ້ 721.480 ຄົນໃນຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 813.961 ຄົນ.

ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 4 ຕຸລາ (ຕາມເວລາ UTC), ໂລກ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ  235.699.715 ຄົນ, ໃນນັ້ນມີຜູ້ເສຍຊີວິດ 4.815.519 ຄົນ.

ໃນ 24 ຊົ່ວໂມງທີ່ຜ່ານມາ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 300.299 ຄົນ ແລະ ມີຜູ້ເສຍຊີວິດ 4.572 ຄົນ. ອັງກິດແມ່ນປະເທດມີຈຳນວນຜູ້ຕິດເຊື້ອໃໝ່ຫຼາຍທີ່ສຸດໃນໂລກ ດ້ວຍ 30.439 ຄົນ, ໃນຂະນະທີ່ລັດເຊຍແມ່ນປະເທດມີຈຳນວນຜູ້ເສຍຊີວິດຫຼາຍທີ່ສຸດ ດ້ວຍ 890 ຄົນ.

ປັດຈຸບັນ ອາເມລິກາ, ອິນເດຍ, ບຣາຊິນ, ລັດເຊຍ, ຝລັ່ງ, ອັງກິດ…ແມ່ນບັນດາປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ