ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ ​ວັນ​ທີ 25 ຕຸ​ລາ

(VOVWORLD) - ອາເມລິກາ ສືບຕໍ່ແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຍ້ອນໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອໃໝ່ 46,31 ລ້ານຄົນ ແລະ ຜູ້ເສຍຊີວິດກວ່າ 756.362 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ, ອັງກິດ, ລັດເຊຍ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ ​ວັນ​ທີ 25 ຕຸ​ລາ - ảnh 1ຢູ່ໂຮງໝໍ Moskva, ລັດເຊຍ (ພາບ: TASS/TTXVN)
ຕາມເວັບໄຊສະຖິຕິ worlometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 25 ຕຸລາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 244,40 ລ້ານຄົນ, ດ້ວຍຈຳນວນຜູ້ຕິດເຊື້ອໃໝ່ໃນ 24 ຊົ່ວໂມງຜ່ານມາແມ່ນ 318.413 ຄົນ. ໄລ່ມາຮອດປັດຈຸບັນ, ມີຜູ້ເສຍຊີວິດກວ່າ 4,96 ລ້ານຄົນ, ໃນຂະນະທີ່ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີແມ່ນຂຶ້ນເຖິງ 221,42 ລ້ານຄົນ.

        ອາເມລິກາ ສືບຕໍ່ແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຍ້ອນໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອໃໝ່ 46,31 ລ້ານຄົນ ແລະ ຜູ້ເສຍຊີວິດກວ່າ 756.362 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ, ອັງກິດ, ລັດເຊຍ.

        ໃນ 24 ຊົ່ວໂມງຜ່ານມາ, ອັງກິດ ແມ່ນປະເທດທີ່ຢັ້ງຢືນມີຈຳນວນຜູ້ຕິດເຊື້ອໃໝ່ຫຼາຍກວ່າໝູ່ໃນໂລກ ດ້ວຍ 39.662 ຄົນ, ຖັດຈາກນັ້ນແມ່ນ ລັດເຊຍ ດ້ວຍ 35.660 ຄົນ ແລະ ຕວັກກີ 24.792 ຄົນ.

ສ່ວນຢູ່ຫວຽດນາມ, ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ນັບແຕ່ເວລາ 17 ໂມງ ວັນທີ 24 ຕຸລາ ຫາເວລາ 17 ໂມງ ວັນທີ 25 ຕຸລາ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 3.639 ຄົນ, ໃນນັ້ນຜູ້ເຂົ້າເມືອງແມ່ນ 19 ຄົນ ໄດ້ແຍກຕົວໃນທັນທີ ແລະ 3.620 ຄົນແມ່ນຢູ່ພາຍໃນປະເທດ. ວັນທີ 25 ຕຸລາ, ປິ່ນປົວຫາຍດີເປັນປົກກະຕິໃຫ້ 1.323 ຄົນ, ຜູ້ເສຍຊີວິດ 65 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ