ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ຫວຽດ​ນາມ ໃນ​ວັນ​ທີ 21 ກັນ​ຍາ

(VOVWORLD) -ໃນຮອບເວລາ 24 ຊົ່ວໂມງ, ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 11.047 ຄົນ, ອັນໄດ້ຍົກຍອດຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ຂຶ້ນເຖິງ 475.343 ຄົນ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ຫວຽດ​ນາມ ໃນ​ວັນ​ທີ 21 ກັນ​ຍາ - ảnh 1ຄວບຄຸມໂລກລະບາດໂຄວິດ - 19 ໃນຊຸມຊົນ (ພາບ: TTXVN)

ນັບແຕ່ເວລາ 17 ໂມງຂອງວັນທີ 20 ກັນຍາ ຫາ ເວລາ 17 ໂມງຂອງວັນທີ 21 ກັນຍາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 11.692 ຄົນ, ໃນນັ້ນມີຜູ້ເຂົ້າເມືອງ 5 ຄົນ. ປັດຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 707.436 ຄົນ.

ແລະ ກໍ່ໃນຮອບເວລາ 24 ຊົ່ວໂມງ, ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 11.047 ຄົນ, ອັນໄດ້ຍົກຍອດຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ຂຶ້ນເຖິງ 475.343 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ