ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ

(VOVWORLD) -ວັນທີ 17 ກັນຍາ,ສະພາທີ່ປຶກສາເອກະລາດຂອງອົງການຄຸ້ມຄອງສະບຽງອາຫານ ແລະ ການຢາ ອາເມລິກາ (FDA) ໄດ້ປ່ອນບັດ ສະເໜີແນະການສັກວັກຊິນກັນໂຄວິດ - 19 ເຂັມທີ 3, ເຂັມເພີ່ມເຕີມ, ຂອງ Pfizer/BioNTech ໃຫ້ແກ່ຜູ້ທີ່ມີອາຍຸແຕ່ 65 ປີຂຶ້ນໄປ ແລະ ບັນດາກຸ່ມເປົ້າໝາຍທີ່ມີຄວາມສ່ຽງຕິດເຊື້ອສູງ
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ - ảnh 1ພາບປະກອບ: THX/TTXVN

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 9 ໂມງຂອງວັນທີ 18 ກັນຍາ (ຕາມເວລາ ຫວຽດນາມ), ໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 228,3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 4,7 ລ້ານຄົນ. ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 560.000 ຄົນ ແລະ ກ່ວາ 8.400 ຄົນເສຍຊີວິດ.

ວັນທີ 17 ກັນຍາ,ສະພາທີ່ປຶກສາເອກະລາດຂອງອົງການຄຸ້ມຄອງສະບຽງອາຫານ ແລະ ການຢາ ອາເມລິກາ (FDA) ໄດ້ປ່ອນບັດ ສະເໜີແນະການສັກວັກຊິນກັນໂຄວິດ - 19 ເຂັມທີ 3, ເຂັມເພີ່ມເຕີມ, ຂອງ Pfizer/BioNTech ໃຫ້ແກ່ຜູ້ທີ່ມີອາຍຸແຕ່ 65 ປີຂຶ້ນໄປ ແລະ ບັນດາກຸ່ມເປົ້າໝາຍທີ່ມີຄວາມສ່ຽງຕິດເຊື້ອສູງ. ໃນວັນດຽວກັນ, ທຳນຽບຂາວ ຈະປະກາດຈັດຕັ້ງກອງປະຊຸມສຸດຍອດ ໂຄວິດ - 19 ທົ່ວໂລກ ໃນອາທິດຈະມາເຖິງ ເພື່ອແນໃສ່ຊອກຫາວິທີການຍູ້ແຮງບັນດາຄວາມມານະພະຍາຍາມສັກວັກຊິນກັນໂຄວິດ - 19 ໃຫ້ແກ່ໂລກ. ມາຮອດປັດຈຸບັນ, ອາເມລິກາ ໄດ້ໜູນຊ່ວຍວັກຊິນກັນໂຄວິດ - 19 ຈຳນວນ 140 ລ້ານໂດສ ໃຫ້ແກ່ ບັນດາປະເທດ ແລະ ວາງຄາດໝາຍອາດຈະໜູນຊ່ວຍປະມານ 500 ລ້ານໂດສໃນປີນີ້ ແລະ ປີຕໍ່ໄປ.

ສ່ວນຢູ່ຫວຽດນາມ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ເວລາ 17 ໂມງຂອງວັນທີ 17 ກັນຍາ ຫາເວລາ 17 ໂມງຂອງວັນທີ 18 ກັນຍາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 9.373 ໃນນັ້ນມີ ຜູ້ເຂົ້າເມືອງ 13 ຄົນ, ມີ ຕື່ມອີກ 14.903 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ມີຜູ້ເສຍຊີວິດຕື່ມອີກ 220 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ