ສະພາບຂາດຄວາມສະຖຽນລະພາບ ຢູ່ ອາບການີສະຖານ

ສະພາບຂາດຄວາມສະຖຽນລະພາບ ຢູ່ ອາບການີສະຖານ - ảnh 1

ກຳລັງທະຫານນາໂຕຢູ່ອາບການີສະຖານ
ພາບປະກອບ:internet


(vovworld) - ບັນດາ​ການ​ບຸກ​ໂຈມ​ຕີ​ຂອງ​ພວກກະບົດ ​​ໃສ່ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່ ອາບ​ກາ​ນີສະຖານ ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ໃນ​​ໄລຍະ​ມໍ່ໆ​ມາ​ນີ້. ​ແຫ​ລ່ງຂ່າວ​ຈາກ​ເຈົ້າ​ຫນ້າ​ທີ່ ອາບ​ກາ​ນີສະຖານ ​ໃນ​ວັນ​ທີ 3/4 ​ໃຫ້ຮູ້​ວ່າ: ​ໃນ​ສອງ​ມື້​ຜ່ານ​ມາ, ພວກກະບົດ​ໄດ້​ບຸກ​ໂຈມ​ຕີ​ໃສ່​ປ້ອມ​ກວດກາ​ສອງ​ແຫ່ງ ຢູ່ ພາກ​ໃຕ້​ປະ​ເທດ​ນີ້​ ຊຶ່ງ​ເຮັດ​ໃຫ້ 8 ຄົນ​ເສຍ​ຊີວິດ, ​ໃນ​ນັ້ນ ມີ ຕຳຫລວດ 6 ຄົນ​.  ຢູ່ ​ແຂວງ Herman ຕອບ​ບ່າຍ​ວັນ​ທີ 3/4  ບັນດາ​ໄດ້​ໃສ່​ຢາພິດ​ໃນ​ເຍື່ອງ​ອາຫານ ຫລັງຈາກ​ນັ້ນ​ບຸກ​ໂຈມ​ຕີ​ປ້ອມ​ກວດກາ​ຄວາ​ມສະຫງົບ​​ແຫນ່​ງຫນຶ່ງ ​ຊຶ່ງ​ເຮັດ​ໃຫ້​ຕຳຫລວດ 2 ຄົນ​ ​ແລະ ສາມັນ​ຊົນ 2 ຄົນຖືກ​ເສຍ​ຊີ​ວິດ, ຕຳຫລວດ 2 ຄົນ​ຖືກ​ບາດ​ເຈັບ. ສ່ວນ​ຢູ່​ແຂວງ Kadahar ມີ​ຕຳຫລວດ 2 ຄົນ​ຖືກ​ເສຍ​ຊີວິດ​ໃນ​ຕອນ​ເຊົ້າ​ວັນ​ທີ 4/4 ​ເມື່ອ​ລົດ​ຂອງ​ເຂົ້າ​ເຈົ້າ​ຖືກ​ວາງ​ລະ​ເບີດ​ຢູ່​ແຄ​ມທາງ.

​ໃນ​ຂະນະ​ນັ້ນ ຕາມ​ແຫ​ລ່ງຂ່າວ​ຫລ້າ​ສຸດ​ຂອງ​ອຳນາດ​ການ​ປົກຄອງ ​ແຂວງ Badakhshan ທາງ​ທິດຕາ​ເວັນ​ອອກສຽງ​ເຫນືອ​ຂອງ ອາບ​ກາ​ນີສະຖານ ມີ​ຕຳຫລວດ 3 ຄົນ​ຖືກ​ເສຍ​ຊີວິດ ​ແລະ ອີກ 11 ຄົນຖືກ​ຫາຍ​ສາບ​ສູນ​ໃນ​ເຫດການ​ບຸກ​ໂຈມ​ຕີ​ຂອງ ຕາ​ລີ​ບານ.

 

ຕອບກັບ

ຂ່າວ/ບົດ​ອື່ນ