ສະ​ພາບ​ໂລກ​ລະ​ບາດ​ໂຄວິດ-19 ຢູ່​ຫວຽດ​ນາມ

(VOVWORLD) - ຫວຽດນາມ ໄດ້ສັກວັກຊິນກັນໂຄວິດ - 19 ໃຫ້ 39.232.772 ຄົນແລ້ວ, ໃນນັ້ນຜູ້ສັກເຂັມທີ 2 ແມ່ນ 8.286.558 ຄົນ

ຕາມແຫຼ່ງຂ່າວຕອນຄ່ຳວັນທີ 27 ກັນຍາ ຈາກກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ, ນັບແຕ່ເວລາ 17 ໂມງຂອງວັນທີ  26 ກັນຍາ ຫາເວລາ 17 ໂມງຂອງວັນທີ 27. ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ  9.362 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 10.528 ຄົນ, ມີຜູ້ເສຍຊີວິດ 174 ຄົນ.

ມາຮອດປະຈຸບັນ, ຫວຽດນາມ ໄດ້ສັກວັກຊິນກັນໂຄວິດ - 19 ໃຫ້ 39.232.772 ຄົນແລ້ວ, ໃນນັ້ນຜູ້ສັກເຂັມທີ 2 ແມ່ນ 8.286.558 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ