ສະພາບໂລກລະບາດໂຄວິດ-19 ຢູ່ໃນໂລກ

(VOVWORLD) -ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 241.8 ລ້ານຄົນ, ໃນນັ້ນຜູ້ເສຍຊີວິດກວ່າ 4,9 ລ້ານຄົນ.
ສະພາບໂລກລະບາດໂຄວິດ-19 ຢູ່ໃນໂລກ - ảnh 1(ພາບປະກອບ: AFP/TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 19 ຕຸລາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 241.8 ລ້ານຄົນ, ໃນນັ້ນຜູ້ເສຍຊີວິດກວ່າ 4,9 ລ້ານຄົນ. ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກກວດພົບຜູ້ຕິດເຊື້ອລາຍໃໝ່ 325.000 ຄົນ ແລະ ຜູ້ເສຍຊີວິດ 4.677 ຄົນ. ອັງກິດ ມີຈຳນວນຜູ້ຕິດເຊື້ອຫຼາຍທີ່ສຸດ, ດ້ວຍ 49.000 ຄົນ, ໃນຂະນະນັ້ນ ລັດເຊຍ ມີຜູ້ເສຍຊີວິດຫຼາຍທີ່ສຸດແມ່ນເກືອບ 1.000 ຄົນ. ນີ້ແມ່ນມື້ທີ 6 ຢ່າງລຽນຕິດທີ່ ອັງກິດ ກວດພົບຜູ້ຕິດເຊື້ອລາຍໃໝ່ຫຼາຍກວ່າ 40.000 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ