ສະ​ພາ​ແຫ່ງ​ຊາດ ດຳ​ເນີນ​ວາ​ລະ​ຊັກ​ຖາມ ແລະ ຕອບ​ຄຳ​ຊັກ​ຖາມ

(VOVWORLD) - ວາລະຊັກຖາມນີ້, ບັນດາສະມາຊິກສະພາແຫ່ງຊາດ ຊັກຖາມກ່ຽວກັບການປະຕິບັດມະຕິເລກທີ 10 ຂອງສະພາແຫ່ງຊາດຊຸດທີ XIV ແລະ XV, ຂອບເຂດເນື້ອໃນຊັກຖາມກວ້າງຂວາງ, ກ່ຽວຂ້ອງເຖິງ 21 ຂົງເຂດເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ບັນດາບັນຫາເຊິ່ງຜູ້ມີສິດເລືອກຕັ້ງມີຄວາມສົນໃຈ.
ສະ​ພາ​ແຫ່ງ​ຊາດ ດຳ​ເນີນ​ວາ​ລະ​ຊັກ​ຖາມ ແລະ ຕອບ​ຄຳ​ຊັກ​ຖາມ - ảnh 1ວາລະຊັກຖາມ ແລະ ຕອບຄຳຊັກຖາມ (ພາບ: TTXVN)

ຕອນເຊົ້າວັນທີ 6 ພະຈິກ, ຢູ່ຫໍສະພາແຫ່ງຊາດ ຫວຽດນາມ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ດຳເນີນວາລະຊັກຖາມ ແລະ ຕອບຄຳຊັກຖາມ. ວາລະປະຊຸມດັ່ງກ່າວໄດ້ຮັບການຖ່າຍຖອດສົດໃນຊ່ອງໂທລະພາບແຫ່ງຊາດ ຫວຽດນາມ, ໂທລະພາບສະພາແຫ່ງຊາດ ຫວຽດນາມ ແລະ ວິທະຍຸກະຈາຍສຽງ ຫວຽດນາມ.

ກ່າວຄຳເຫັນໄຂວາລະຊັກຖາມ ແລະ ຕອບຄຳຊັກຖາມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ຊີ້ແຈ້ງວ່າ ວາລະຊັກຖາມນີ້, ບັນດາສະມາຊິກສະພາແຫ່ງຊາດ ຊັກຖາມກ່ຽວກັບການປະຕິບັດມະຕິເລກທີ 10 ຂອງສະພາແຫ່ງຊາດຊຸດທີ XIV ແລະ XV, ຂອບເຂດເນື້ອໃນຊັກຖາມກວ້າງຂວາງ, ກ່ຽວຂ້ອງເຖິງ 21 ຂົງເຂດເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ບັນດາບັນຫາເຊິ່ງຜູ້ມີສິດເລືອກຕັ້ງມີຄວາມສົນໃຈ.

“ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດເນື້ອໃນຊັກຖາມອອກເປັນ 4 ຂົງເຂດຕົ້ນຕໍ: ກຸ່ມຂົງເຂດເສດຖະກິດສັງລວມ; ກຸ່ມຂົງເຂດເສດຖະກິດສະເພາະຂະແໜງ; ກຸ່ມຂົງເຂດການເມືອງພາຍໃນ ແລະ ຍຸຕິທຳ; ກຸ່ມຂົງເຂດວັດທະນະທຳ ແລະ ສັງຄົມ. ພາຍຫຼັງປະຕິບັດການຊັກຖາມຕາມແຕ່ລະກຸ່ມຂົງເຂດແລ້ວ, ທ່ານນາຍົກລັດຖະມົນຕີຈະລາຍງານຊີ້ແຈງບາງບັນຫາ ແລະ ຕອບຄຳຊັກຖາມໂດຍກົງຕໍ່ບັນດາສະມາຊິກສະພາແຫ່ງຊາດ. ທ່ານປະທານສະພາແຫ່ງຊາດ ຈະຂຶ້ນກ່າວປະໄສສະຫຼຸບວາລະຊັກຖາມ ແລະ ສະພາແຫ່ງຊາດຈະພິຈາລະນາຮັບຮອງເອົາມະຕິຊັກຖາມໃນຊ່ວງເວລາສຸດທ້າຍຂອງກອງປະຊຸມ”.

ໃນຕອນເຊົ້າຂອງວັນດຽວກັນ, ສະພາແຫ່ງຊາດໄດ້ສຸມໃສ່ຊັກຖາມກຸ່ມຂົງເຂດເສດຖະກິດສັງລວມ, ລວມມີບັນດາແຜນການ ແລະ ການລົງທຶນ, ການເງິນ, ທະນາຄານ. ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ເຂົ້າຮ່ວມການອະພິປາຍ, ຕອບບາງບັນຫາ ເຊິ່ງສະມາຊິກສະພາແຫ່ງຊາດມີຄວາມສົນໃຈ.

ສະ​ພາ​ແຫ່ງ​ຊາດ ດຳ​ເນີນ​ວາ​ລະ​ຊັກ​ຖາມ ແລະ ຕອບ​ຄຳ​ຊັກ​ຖາມ - ảnh 2ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫງວຽນຮົ່ງຢຽນ ຕອບຄຳຊັກຖາມ
(ພາບ: quochoi.vn)

ຕອນບ່າຍວັນດຽວກັນ, ສະພາແຫ່ງຊາດດຳເນີນການຊັກຖາມ ແລະ ຕອບຄຳຊັກຖາມບັນດາໝວດຂົງເຂດເສດຖະກິດຂະແໜງ, ລວມມີບັນດາບັນຫາກ່ຽວຂ້ອງເຖິງຂົງເຂດອຸດສາຫະກຳການຄ້າ, ກະສິກຳ ແລະ ພັດທະນາຊົນນະບົດ, ຄົມມະນາຄົມຂົນສົ່ງ, ກໍ່ສ້າງ, ຊັບພະຍາກອນ ແລະ ສິ່ນແວດລ້ອມ.

ເມື່ອຕອບຄຳຊັກຖາມກ່ຽວກັບບັນຫາຜະລັງງານທົດແທນ, ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ໃຫ້ຮູ້ວ່າ, ໃນການວາງແຜນໄຟຟ້າ 8, ພະລັງງານຜະລິດຄືນໃໝ່ໃນລະດັບສູງ, ຮຽກຮ້ອງໃຫ້ນອກຈາກຄວາມມານະພະຍາຍາມຂອງ ຫວຽດນາມ ແລ້ວ, ຕ້ອງມີການໜູນຊ່ວຍຈາກສາກົນອີກດ້ວຍ. ນອກນັ້ນ, ເລື່ອງຂຸດຄົ້ນ, ຄຸ້ມຄອງແຫຼ່ງພະລັງງານດັ່ງກ່າວຢ່າງມີປະສິດທິຜົນນີ້ເພື່ອຮັບໃຊ້ການພັດທະນາເສດຖະກິດ.

ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ຫວຽດນາມ ຫງວຽນວັນທັງ; ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫງວຽນວັນຮວານ; ທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ດັ້ງກວກແຄງ ໄດ້ຕອບຄຳຊັກຖາມກ່ຽວກັບບັນດາບັນຫາທີ່ສະມາຊິກສະພາແຫ່ງຊາດຊັກຖາມຂຶ້ນກັບຂົງເຂດຄຸ້ມຄອງຂອງກະຊວງ.

ຕອບກັບ

ຂ່າວ/ບົດ​ອື່ນ