ສະ​ພາ​ແຫ່ງ​ຊາດ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະ​ບັບ​ປັບ​ປຸງ)

(VOVWORLD) - ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ວັນທີ 3 ພະຈິກ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ສະຫງວນເວລາໝົດມື້ເພື່ອປຶກສາຫາລືກ່ຽວກັບບາງເນື້ອໃນທີ່ຍັງມີຄຳເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ).
ສະ​ພາ​ແຫ່ງ​ຊາດ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະ​ບັບ​ປັບ​ປຸງ) - ảnh 1ສະພາແຫ່ງຊາດ ຫວຽດນາມ ສະຫງວນເວລາໝົດມື້ເພື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍສະບັບປັບປຸງ (ພາບ: vov.vn)

ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ວັນທີ 3 ພະຈິກ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ສະຫງວນເວລາໝົດມື້ເພື່ອປຶກສາຫາລືກ່ຽວກັບບາງເນື້ອໃນທີ່ຍັງມີຄຳເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ).

        ໂດຍພື້ນຖານແລ້ວ, ຮ່າງກົດໝາຍໄດ້ຮັບການດັດປັບ, ເພີ່ມເຕີມ ແລະ ນັບມື້ນັບສ້າງໃຫ້ສົມບູນແບບກວ່າ, ບັນດາເນື້ອໃນຍາກ, ໃໝ່, ສັບສົນ ພວມໄດ້ຮັບການກຳນົດຢ່າງລະອຽດເທື່ອລະກ້າວ. ສະມາຊິກສະພາແຫ່ງຊາດບາງທ່ານ ຫວັງວ່າ ບັນດານະໂຍບາຍຂອງກົດໝາຍວ່າດ້ວຍທີ່ດິນ ຈະເປັນປະຖົມປັດໄຈ ເພື່ອແກ້ໄຂບັນດາບັນຫາກ່ຽວກັບທີ່ດິນ ສຳລັບຊາວເຜົ່າສ່ວນໜ້ອຍ.

        ບົນພື້ນຖານການຮັບເອົາຄຳເຫັນປະກອບ, ອະພິປາຍຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ຈະລາຍງານ, ຂໍຄຳເຫັນຂອງສະພາແຫ່ງຊາດກ່ຽວກັບວິທີການພິຈາລະນາ, ຮັບຮອງເອົາຮ່າງກົດໝາຍສະບັບນີ້ ບົນເນື້ອໃນຈິດໃຈ ຮັບປະກັນຄຸນນະພາບຂອງຮ່າງກົດໝາຍ, ຕອບສະໜອງຄຳຮຽກຮ້ອງຕ້ອງການໃນຕົວຈິງ ແລະ ຄວາມເປັນໄປໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ