ສະພາແຫ່ງຊາດ ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນການຄົ້ນຄວ້ານິຕິບັນຍັດ, ຂໍ້ມູນ, ເອກະສານ

(VOVWORLD) - ຮອງປະທານສະພາແຫ່ງຊາດ 2 ທ່ານໄດ້ຢືນຢັນວ່າ, ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ - ລາວ ນັບມື້ນັບໄດ້ຮັບການປັບປຸງ, ຮັກສາຢ່າງແໜ້ນແຟ້ນ, ບັນລຸປະສິດທິຜົນ
ສະພາແຫ່ງຊາດ ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນການຄົ້ນຄວ້ານິຕິບັນຍັດ, ຂໍ້ມູນ, ເອກະສານ - ảnh 1ທີ່ການເຈລະຈາ
(ພາບ: TTXVN)

        ຕອນບ່າຍວັນທີ 04 ມັງກອນ, ຢູ່ຫໍສະພາແຫ່ງຊາດ, ທີ່ ຮ່າໂນ້ຍ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຄັກດິ້ງ ໄດ້ມີການພົບປະເຈລະຈາກັບທ່ານຮອງປະທານສະພາແຫ່ງຊາດ ລາວ ຈະເລີນ ເຢຍປາວເຮີ.

        ທີ່ການເຈລະຈາ, ຮອງປະທານສະພາແຫ່ງຊາດ 2 ທ່ານໄດ້ຢືນຢັນວ່າ, ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ - ລາວ ນັບມື້ນັບໄດ້ຮັບການປັບປຸງ, ຮັກສາຢ່າງແໜ້ນແຟ້ນ, ບັນລຸປະສິດທິຜົນ; 2 ຝ່າຍໄດ້ ແລະ ພວມຜັນຂະຫຍາຍບັນດາເນື້ອໃນຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດເປັນຢ່າງດີ, ພ້ອມທັງສົມທົບກັນຈັດກອງປະຊຸມຂັ້ນສູງສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 1 ໃນເດືອນ ທັນວາ 2023 ຜ່ານມາ.

        ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຄັກດິ້ງ, ໄດ້ແບ່ງປັນບົດຮຽນກ່ຽວກັບການສ້າງກົດໝາຍ, ບົດບາດຂອງສະຖາບັນຄົ້ນຄວ້ານິຕິບັນຍັດ ແລະ ຫໍສະໝຸດສະພາແຫ່ງຊາດ ໃນການຄົ້ນຄວ້າວິທະຍາສາດ ແລະ ສະໜອງເອກະສານການຄົ້ນຄວ້າໃຫ້ບັນດາສະມາຊິກສະພາແຫ່ງຊາດ… ທ່ານຢັ້ງຢືນວ່າ, ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ ລາວ ຮັບບັນດາໜ້າທີ່ສາກົນໃນໄລຍະຈະມາເຖິງໃຫ້ບັນລຸຜົນສຳເລັດ.

        ສ່ວນທ່ານຮອງປະທານສະພາແຫ່ງຊາດ ຈະເລີນ ເຢຍປາວເຮີ ປາດຖະໜາວ່າ, ສະພາແຫ່ງຊາດ ຫວຽດນາມ ຈະສືບຕໍ່ໜູນຊ່ວຍ, ແບ່ງປັນບົດຮຽນເພື່ອໃຫ້ ລາວ ຈັດ ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ (AIPA) ໃນປີ 2024 ໃຫ້ສຳເລັດຜົນ ເມື່ອສະພາແຫ່ງຊາດ ລາວ ຮັບໜ້າທີ່ເປັນປະທານ AIPA.

ຕອບກັບ

ຂ່າວ/ບົດ​ອື່ນ