ສະພາແຫ່ງຊາດປຶກສາ ຫາລືກ່ຽວກັບແຜນ ງົບປະມານແຫ່ງລັດປີ 2013

ສະພາແຫ່ງຊາດປຶກສາ ຫາລືກ່ຽວກັບແຜນ ງົບປະມານແຫ່ງລັດປີ 2013 - ảnh 1 

(ພາບ:na.gov.vn )

(vovworld)-​​​​ ​ ​  ​ເມື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ປະຕິບັດ​ແຜນ​ງົບປະມານ​ແຫ່ງ​ລັດ​ປີ 2013, ​ແຜນ​ງົບປະມານ​ແຫ່ງ​ລັດ ​ແລະ ບັນດາ​ວິ​ທິການຈັດ​ແບ່ງ​ງົບປະມານ​ສູນ​ກາງ​ປີ 2014, ບັນດາ ສສຊ ລ້ວນ​ແຕ່​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ​ກັບ​ບົດ​ລາຍ​ງານ​ຂອງ​ລັດຖະບານ ​ແລະ ບັນດາ​ມາດ​ຕະການ​ປະຕິບັດ​ລາຍ​ຮັບ ລາຍ​ຈ່າຍ​ງົບປະມານ​ແຫ່ງ​ລັດ​ປີ 2013, ​ແຜນ​ງົບປະມານ​ປີ 2014. ທ່ານ​ຫງວຽນ​ຫິ້ວ​ດຶກ ສສຊ ​ແຂວງ​ບິ່ງ​ດິ້ງ ສະ​ເໜີຄຳ​ເຫັນ​ວ່າ:

  “ການ​ບໍລິຫານ​ງົບປະມານ​ຕ້ອງ​ລະມັດລະວັງ, ຕ້ອງ​ເອົ​ໃຈ​ໃສ່​ເຖິງ​ລາຍ​ຮັບ​ພາຍ​ໃນ​ໃນ​ເງື່​ອນ​ໄຂ​ເສດຖະກິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ສຳລັບ​ລາຍ​ຈ່າຍ​ງົບປະມານ, ທິດ​ທາງ​ລວມ​ແມ່ນ​ຊັບຊ້ອນ​ຄືນ​ໃໝ່​ເພື​ອ່ຮັບປະກັນ​ລາຍ​ຈ່າຍ​ໃຫ້​ສະຫວັດດີ​ການ​ສັງຄົມ, ຮັບປະກັນ​ຊີ​ວິດສັງຄົມ ​ແລະ ມະນຸດ​“.

  ສສຊ ສ່ວນ​ຫຼາຍລ້ວນ​ແຕ່​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ​ກັບຂໍ້​ສະ​ເໜີ​ຂອງ​ລັດຖະບານ​ໃນ​ການຈຳໜ່າຍ​ເພີ່ມ​ເຕີມພັນທະບັດ​ລັດຖະບານ​​ໄລຍະ 2014-2016 ຈຳນວນ 170.000 ຕື້​ດົ່ງ ​ແລະ ວິ​ທິການຈັດ​ແບ່ງ​ທຶນ​ພັນທະບັດ​ລັດຖະບານ. ທ່ານ​ກາວ​ຊິ​ກຽມ ສສຊ ​ແຂວງ​ທາຍບິ່ງ ຖື​ວ່າ:

   “ກ່ຽວກັບ​ພັນທະບັດ​ລັດຖະບານ, ຂ້າພະ​ເຈົ້າ​ເຫັນ​ດີ​ກັບ​ບັນດາ​ເນື້ອ​ໃນ​ໂດຍ​ລັດຖະບານ​ຍົກ​ອອກ​ມາ ນັ້ນ​ແມ່ນ​ສຸມ​ໃສ່​ເຂດ​ພູດ​ອຍ, ​ເຂດ​ປະສົບ​ກັບ​ຄວາມ​ຫຍູ້​ງຍາກ ​ແຕ່​ຕ້ອງ​ລົງທຶນ​ເຂົ້າບັນດາ​ເຂດ, ຂົງ​ເຂດ​ສາມາດ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ໃນ​ທັນ​ທີ່​ໄດ້, ມີ​ການ​ຂະຫຍາຍ​ອອກ​ສູ່​ລວງ​ກ້ວາງ​ຄື: ບັນຫາ​ກໍ່ສ້າງ​ຊົນນະບົດ​ໃໝ່, ສາທາລະນະ​ສຸກ, ນ້ຳປະປາ, ຄົມມະນາຄົມ…“.

 

ຂ່າວ/ບົດ​ອື່ນ