ສະພາແຫ່ງຊາດປຶກສາຫາລືກ່ຽວກັບປະມວນກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ(ສະບັບປັບປຸງ)

ສະພາແຫ່ງຊາດປຶກສາຫາລືກ່ຽວກັບປະມວນກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ(ສະບັບປັບປຸງ) - ảnh 1
ວາ​ລະ​ປະ​ຊຸມ​ຂອງ​ສະ​ພາ​ແຫ່ງ​ຊາດ​ໃນ​ວັ​ນ​ທີ 15/6
(ພາບ: vovgiaothong.vn)

(vovworld) – ໃນ​ວັນ​ທີ 15/6, ສະ​ພາ​ແຫ່ງ​ຊາດ​ໄດ້​ສະ​ຫງວນ​ເວ​ລາມື້​ໜຶ່ງ​ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ແພ່ງ (ສ​ະ​ບັ​ບ​ປັບ​ປຸງ). ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສ​ສ​ຊ) ຖື​ວ່າ: ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ແພ່ງ (ສະ​ບັບ​ປັບ​ປຸ​ງ) ໄດ້​ຫັນຫຼາຍ​ຂໍ້​ກຳ​ນົດ​ຂອງ​ລັດ​ຖະ​ທຳ​ມະ​ນູນ​, ກົດ​ໝາຍ​ວ່າ​ດ້ວຍ​​ການ​ຈັ້ດ​ຕັ້ງສານ​ປະ​ຊາ​ຊົນເປັນ​ລະ​ອຽດ, ຮັບ​ປະ​ກັນ​ຄວາມ​ເປັນ​ເອ​ກະ​​ພາບກັ​ບ​ບັນ​ດາ​ເອ​ກະ​ສານ​ນິ​ຕິ​ກຳ​ອື່ນໆ​ຢ່າງ​ຄົບ​ຊຸດ. ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຖື​ວ່າ: ຮ່າງ​​ປະ​ມວນກົດ​ໝາຍ​ດັ່ງ​ກ່າວ​ຕ້ອງ​ເຮັດ​ແຈ້ງ​ບັນ​ດາ​ເງື່ອນ​​ໄຂຮັບ​ປະ​ກັນ​ການ​ໂຕ້​ຄວາມ, ​ລະ​ບຽບ​ການ​ໂຕ້​ຄວາມ​ໃນ​ບັນ​ດາ​ໄລ​ຍະ​​ຂອງ​ການ​ດຳ​ເນີນ​ຄະ​ດີ. ທ່ານ ຫງວຽນ​ມິງ​ເລີມ, ສ​ສ​ຊ ແຂວງ ລອງ​ອານ, ປະ​ກອບ​ຄຳ​ເຫັນ​ວ່າ:

        “ຕາມ​ຂ້າ​ພະ​ເຈົ້າ​ແລ້ວ, ຄວນ​ຮັກ​ສາ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ​ກາ​ນ​ດຳ​ເນີນ​ຄະ​ດີ​ອາ​ຍາ ສະ​ບັບ​ປັບ​ປຸງ​ເພີ່ມ​ເຕີມ​ປີ 2011 ກ່ຽວ​ກັບ​ການ​ຄວບ​ຄຸມ​ເລື່ອງ​ປະ​ຕິ​ບັດ​ກົດໝາຍ​ໃນ​ການ​ດຳ​ເນີນ​ຄະ​ດີ​ແພ່ງ. ຍ້ອນ​ວ່າ​ເລື່ອງ​​ເຂົ້າ​ຮ່ວມ​ຂອງ​ຜູ້​ຕາງ​ໜ້າ​ອົງ​ການ​ໄອ​ຍະ​ການ​ຢູ່​​ການ​ປະ​ຊຸມສານເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ການ​ເຄື່ອນ​ໄຫວ​​ໄລ​ຍະ​ການ​ໄດ້​ປະ​ຕິ​ບັດ​ຢ່າງ​ຮອບ​ດ້ານ. ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ແພ່ງ ສະ​ບັບ​ປັບ​ປຸງ ຄັ້ງ​ນີ້ກ​ຳ​ນົດ​ກ່ຽວ​ກັບ​​ພັນ​ທະ​ຢັ້ງ​ຢືນ​ຂອງ​ຜູ້​ກ່ຽວ.”

ຂ່າວ/ບົດ​ອື່ນ