ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍແນວໂຮມປະເທດຊາດຫວຽດນາມ(ສະບັບປັບປຸງ)

ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍແນວໂຮມປະເທດຊາດຫວຽດນາມ(ສະບັບປັບປຸງ) - ảnh 1
(ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ຮ່າງ​ກົດໝາຍ​ວ່າ​ດ້ວຍ
​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ(ສະບັບ​ປັບປຸງ)

(vovworld) - ​ຕອນ​ບ່າຍວັນ​ທີ 12/11, ສະພາ​ແຫ່ງ​ຊາດ​ໄດ້​ເຮັດ​ວຽກ​ຢູ່​ໜ່ວຍ, ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ພັນທະ​ການ​ທະຫານ (ສະບັບ​ປັບປຸງ). ສະມາຊິກ​ສະພາ​ແຫ່ງ​ຊາດ​ (ສສຊ) ບາງ​ທ່ານ​ຖື​ວ່າ: ​ເພື່ອ​ຮັບປະກັນ​ລັກສະນະ​ຖືກຕ້ອງ​ຕາມ​ລັດຖະທຳ​ມະນູນ, ກົດໝາຍ ​ແລະ ສິດຜົນປະ​ໂຫຍ​ດຂອງ​ພົນລະ​ເມືອງ, ຮ່າງ​ກົດໝາຍ​ຕ້ອງ​ກຳນົດ​ຢ່າງ​ລະອຽດ​ກ່ຽວ​ກັບ​ໄລຍະ​ເວລາ ​ເພື່ອ​ໃຫ້​ພົນລະ​ເມືອງ​ພາຍຫຼັງ​ສຳ​ເລັດ​ພັນທະ​ການ​ທະຫານ​ແຕ່​ຍ້ອນສາຍ​ເຫດ​ໃດໆ​ຍັງ​ສືບ​ຕໍ່​ຮັບ​ໃຊ້​ກອງທັບ​ຈະ​ໄດ້​ຊົມ​ໃຊ້​ລະບອບ​ຄື​ແນວ​ໃດ. ​​ແລະ​ກໍ່​ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ຄວາມ​ປອດ​ໄພ ​ແລະ ສຸຂະ​ອະນາ​ໄມ​ໃນ​ການ​ອອກ​ແຮງ​ງານ.

        ກ່ອນ​ໜ້າ​ນັ້ນ, ຕອນ​ເຊົ້າ​ວັນ​ທີ 12/11, ​ເມື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ ກົດໝາຍ​ວ່າ​ດ້ວຍ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ(ສະບັບ​ປັບປຸງ). ບັນດາ ສສຊ ​ເຫັນ​ດີ​ຕໍ່​ຄວາມ​ຈຳ​ເປັນ​ຕ້ອງ​ປັບປຸງ​ໂດຍ​ພື້ນຖານ, ຮອບດ້ານ ກົດໝາຍ​ວ່າ​ດ້ວຍ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ເພື່ອ​ແນ​ໃສ່​ຫັນ​ຂໍ້​ກຳນົດ​ໃໝ່​ຂອງ​ລັດຖະທຳ​ມະນູນ​ທີ່​ກ່ຽວ​ຂ້ອງ​ເຖິງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມເປັນລະອຽດ, ​ແກ້​ໄຂ​ຂໍ້​ຈຳກັດ, ຄວາມ​ຕິດ​​ຂັດໃນ​ພຶດຕິ​ກຳ​ຕົວ​ຈິງ​ແຫ່ງ​ການ​ປະຕິບັດ​ກົດໝາຍ, ສ້າງ​ພື້ນຖານ​ນິຕິ​ກຳ ​ແລະ ​ເງື່ອນ​ໄຂ​ທີ່​ຈຳ​ເປັນ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ໃນ​ໄລຍະ​ຈະ​ມາ​ເຖິງ. ຕາມ​ບັນດາ ສສຊ, ການ​ປະຕິບັດ​ບົດບາດ​ໜ້າ​ທີ່​ຕິດຕາມ​ກວດກາ ​ແລະ ​ໄຈ້​ແຍກ​ຕີ​ລາຄາ ​ແມ່ນ​ເລີ່​ມມາ​ຈາກ​ຄວາມ​ຮຽກຮ້ອງ​ຕ້ອງການ, ຄວາມ​ມຸ້ງ​ຫວັງ​ຂອງ​ປະຊາຊົນ ​ແລະ ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ​ທີ່​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ພັກ, ອຳນາດ​ການ​ປົກຄອງ. ​ເພື່ອ​ສືບ​ຕໍ່​ເສີມ​ຂະຫຍາຍ ​ແລະ ຍົກ​ສູງ​ບົດບາດ, ຄວາມ​ຮັບຜິດຊອບ​ຂອງ​ແນວ​ໂຮມ, ຮ່າງ​ກົດໝາຍ​ຕ້ອງ​ເຮັດ​ແຈ້ງ​ກົນ​ໄກ​​ເພື່ອ​ໃຫ້ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ເຂົ້າ​ຮ່ວມ​ການ​​ເຄື່ອນ​ໄຫວປະກອບຄວາມ​ເຫັນ​ຕໍ່​ລັດ, ປະຕິບັດ​ການ​ຕິດຕາມ​ກວດກາ, ​ໄຈ້​ແຍກ​ຕີ​ລາຄາ​ສັງຄົມ.

ຂ່າວ/ບົດ​ອື່ນ