ສະພາແຫ່ງຊາດຫວຽດນາມສະແດງຄວາມວິຕົກກັງວົນ,ເດັດດ່ຽວຄັດຄ້ານການລ່ວງລ້ຳທີ່ຜິດພາດຂອງ ຈີນ ຢູ່ທະເລຕາເວັນອອກ

ສະພາແຫ່ງຊາດຫວຽດນາມສະແດງຄວາມວິຕົກກັງວົນ,ເດັດດ່ຽວຄັດຄ້ານການລ່ວງລ້ຳທີ່ຜິດພາດຂອງ ຈີນ ຢູ່ທະເລຕາເວັນອອກ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 21/5, ບັນ​ດາ ສ​ສ​ຊ​ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສ​ະ​ໄໝ​ສາ​ມັນ​ເທື່ອ​ທີ 7 ປຶກ​ສາ​ຫາ​ລື​ ​ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ເລື່ອງ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳ​ມັນ ໄຮ​ຢາງ 981 ໃນ​ເຂດ​ໄຫຼ່​ທະ​ວີບ ແລະ ເຂດ​ເສດ​ຖະ​ກິດ​​ຜູກ​ຂາດຂອງ ຫວຽດ​ນາມ ຢ່າງ​ຜິດ​ກົດ​ໝາຍ. ບັນ​ດາ ສ​ສ​ຊ ຢືນ​ຢັນ​ວ່າ​ເລື່ອງ​ ຈີນ​ ຕັ້ງຮ້ານ​ເຈາະ​ນ້ຳ​ມັນໃນ​ເຂດ​ໄຫຼ່​ທະ​ວີບ ແລະ ເຂດ​ເສດ​ຖະ​ກິດ​ຈຳເພາະຂອງ ຫວຽດ​ນາມ ແມ່ນ​ການ​ລ່ວງ​ລ້ຳ​ອະ​ທິ​ປະ​ໄຕ, ສິດ​ອະ​ທິ​ປະ​ໄຕ, ສິດ​ອຳ​ນາດ​ສານ​ຂອງ ຫວຽດ​ນາມ ຢ​່າງ​ເຄັ່ງຮ້ອນ; ລະເມີດ​ກົດ​ໝາຍ​ສາ​ກົນ​, ພິ​ເສດ​ແມ່ນສົນ​ທິ​ສັນ​ຍາ ສ​ປ​ຊ​ ກ່ຽວກັບກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982; ລະເມີດ​ຖະ​ແຫຼງ​ການ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ(DOC); ຝືນ​ກັບ​ຂໍ້​ລົງ​ລອຍ​ຂັ້ນ​ສູງ​ລະ​ຫວ່າງ​ສອງ​ພັກ, ລັດ ຫວຽດ​ນາມ - ຈີນ. ສະ​ພາ​ແຫ່ງ​ຊາດ​ເຊື່ອ​ໝັ້ນ​ ແລະ ເຫັນ​ດີ​ເປັນ​ເອ​ກະ​ສັນ​ກັນ​ກັບແຜນ​ນະ​ໂຍ​ບາຍ​ເດັດ​ດ່ຽວ​ຕໍ່​ສູ້​ເພື່ອ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ. ສະ​ພາ​ແຫ່ງ​ຊາດ​ສະ​ເໜີ​ໃຫ້​ລັດ​ຖະ​ບານ, ຂະ​ແໜງ​ການ, ຂັ້ນ​ຕ່າງໆພ້ອມ​ກັບ​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ຈົ່ງ​ສາ​ມັກ​ຄີ​ກັນ, ເອ​ກະ​ພາບ ແລະ ພິ​ເສດ​ແມ່ນ​ເອົາ​ໃຈ​ໃສ່​ເຖີງ​ການ​ຮັກ​ສາຄວາມ​ໝັ້ນ​ຄົງ​ດ້ານ​ການ​ເມືອງ, ຮັບ​ປະ​ກັນ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ທາງ​ສັງ​ຄົມ, ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ສະ​ດວກ​ສະ​ບາຍ​ເພື່ອ​ປະ​ຕິ​ບັດ​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ປ້ອງ​ກັນຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ພົວ​ພັນ​ຕ່າ​ງປະ​ເທດ​ຢ່າງ​ສຳ​ເລັດ​ຜົນ.

ຂ່າວ/ບົດ​ອື່ນ