ສະ​ມັດ​ຊາ​ໃຫ່​ຍ ສ​ປ​ຊ ຈັດ​ການ​ປະ​ຊຸມ​ຢູ່​​ສຳ​ນັກ​ງານໃນ​ຕົ້ນ​ເດືອນ​ໜ້າ

(VOVWORLD) -ວັນທີ 30 ຕຸລາ, ທ່ານປະທານສະມັດຊາໃຫ່ຍ ສປຊ Volkan Bozkir ໃຫ້ຮູ້ວ່າ: ບັນດາວາລະປະຊຸມຂອງ ສະມັດຊາໃຫ່ຍ ຈະຖືກຈັດຂຶ້ນຢູ່ສຳນັກງານ ສປຊ ນັບແຕ່ວັນທີ 2 ພະຈິກທີ່ຈະມາເຖິງ, ພາຍຫຼັງເວລາທີ່ຕ້ອງໂຈະໄວ້ ຍ້ອນວິຕົກກັງວົນຕໍ່ສະພາບໂລກລະບາດໂຄວິດ 19.
ສະ​ມັດ​ຊາ​ໃຫ່​ຍ ສ​ປ​ຊ ຈັດ​ການ​ປະ​ຊຸມ​ຢູ່​​ສຳ​ນັກ​ງານໃນ​ຕົ້ນ​ເດືອນ​ໜ້າ - ảnh 1

  (ພາບ: TTXVN)

   ກ່ອນໜ້ານັ້ນ, ຄືໃນວັນທີ 27 ຕຸລາ, ທ່ານປະທານສະມັດຊາໃຫ່ຍ ສປຊ Volkan Bozkir ໄດ້ຮຽກຮ້ອງຍົກເລີກການປະຊຸມທຸກຄັ້ງຢູ່ສຳນັກງານ ສປຊ ພາຍຫຼັງທີ່ນັກການທູດ 5 ທ່ານຂຶ້ນກັບຄະນະຜູ້ແທນຂອງປະເທດໜຶ່ງທີ່ເປັນສະມາຊິກຂອງ ສປຊ ມີຜົນກວດເປັນບວກກັບເຊື້ອໄວຣັດ SARS-CoV-2 . ນັບແຕ່ລະດູແລ້ງເປັນຕົ້ນໄປ, ນີ້ແມ່ນຄັ້ງທຳອິດທີ່ ສປຊ ໄດ້ຍົກເລີກບັນດາການປະຊຸມໂດຍກົງ ຍ້ອນໂລກລະບາດໂຄວິດ 19, ເຖິງວ່າໃນຕົວຈິງ, ບັນດາປະຊຸມເກືອບທັງໝົດຍັງດຳເນີນໄປຕາມຮູບການອອນລາຍ. ພ້ອມກັບ ສປຊ, ບັນດາກອງປະຊຸມຂອງອີຢູ, ນາໂຕ... ກໍ່ຕ້ອງດຳເນີນຕາມຮູບການທາງອອນລາຍຍ້ອນໂລກລະບາດເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ