ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 78 ອັດ​ລົງ ດ້ວຍ​ຜົນ​ສຳ​ເລັດ ແລະ ສິ່ງ​ທ້າ​ທາຍ​ສະຫຼັກ​ກັນ​ໄປ

(VOVWORLD) - ພິທີໄຂວາລະກອງປະຊຸມຊຸດທີ 79 ກໍ່ໄດ້ສ້າງຂີດໝາຍເປັນຄັ້ງທຳອິດທີ່ ລັດປາແລັດສະຕິນ ມີບ່ອນນັ່ງ ກັບບັນດາປະເທດສະມາຊິກຂອງ ສະມັດຊາໃຫຍ່ ສປຊ ແລະ ໄດ້ຮັບສິດພິເສດທີ່ຄ້າຍຄືກັນກັບບັນດາປະເທດສະມາຊິກເມື່ອເຂົ້າຮ່ວມກອງປະຊຸມຂອງສະມັດຊາໃຫຍ່.

ວາລະອັດກອງປະຊຸມຊຸດທີ 78 ຂອງສະມັດຊາໃຫຍ່ ສປຊ ໄດ້ດຳເນີນຢູ່ສຳນັກງານ ສປຊ ຢູ່ ນິວຢອກ, ໃນວັນທີ 10 ກັນຍາ (ຕາມເວລາທ້ອງຖິ່ນ). ກ່າວຄຳເຫັນສະຫຼຸບກອງປະຊຸມຊຸດທີ 78, ທ່ານ Dennis Francis ປະທານສະມັດຊາໃຫຍ່ ສປຊ ຊຸດທີ 78 ໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງ ການກະທຳຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG), ແກ້ໄຂບັນດາສິ່ງທ້າທາຍອຶດຫິວທຸກຍາກ, ການຂາດຄວາມສະເໝີພາບເພື່ອສະກັດກັ້ນບັນດາຜົນກະທົບທາງລົບຕໍ່ບັນດາກຸ່ມປະຊາກອນ ແລະ ລະບົບນິເວດທີ່ມີຄວາມສ່ຽງສູງກ່ວາເພິ່ນ. ທ່ານ Francis ຮຽກຮ້ອງໃຫ້ສືບຕໍ່ປັບປຸງການຮ່ວມມືຫຼາຍຝ່າຍ, ສະແດງຄວາມເຊື່ອໝັ້ນຕໍ່ກຳລັງຄວາມສາມາດຂອງສປຊ ໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ.

ພິທີໄຂວາລະກອງປະຊຸມຊຸດທີ 79 ກໍ່ໄດ້ສ້າງຂີດໝາຍເປັນຄັ້ງທຳອິດທີ່ ລັດປາແລັດສະຕິນ ມີບ່ອນນັ່ງ ກັບບັນດາປະເທດສະມາຊິກຂອງ ສະມັດຊາໃຫຍ່ ສປຊ ແລະ ໄດ້ຮັບສິດພິເສດທີ່ຄ້າຍຄືກັນກັບບັນດາປະເທດສະມາຊິກເມື່ອເຂົ້າຮ່ວມກອງປະຊຸມຂອງສະມັດຊາໃຫຍ່.

ຕອບກັບ

ຂ່າວ/ບົດ​ອື່ນ