ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ໂຮມ​ປະ​ຊຸມ​ດ່ວນ​ຄັ້ງ​ພິ​ເສດ ກ່ຽວ​ກັບ​ສະ​ພາບ​ການ​ມະ​ນຸດ​ສະ​ທຳ ກາ​ຊາ

(VOVWORLD) - ລັດຖະບານ ຫວຽດນາມ ຕົກລົງຈະປະກອບເງິນຈຳນວນ 500.000 USD ພ້ອມກັບອົງການ ສປຊ ຊ່ວຍເຫຼືອຊາວລີ້ໄພ ປາແລັດສະຕິນ  (UNWRA) ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງ ສປຊ ຢູ່ ເຂດກາຊາ. 
ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ໂຮມ​ປະ​ຊຸມ​ດ່ວນ​ຄັ້ງ​ພິ​ເສດ ກ່ຽວ​ກັບ​ສະ​ພາບ​ການ​ມະ​ນຸດ​ສະ​ທຳ ກາ​ຊາ - ảnh 1ກອງປະຊຸມສະມັດຊາໃຫຍ່ ສປຊ ຢູ່ ນິວຢອກ, ອາເມລິກາ ກ່ຽວກັບການປະທະກັນຢູ່ ກາຊາ ໃນວັນທີ 10 ພະຈິກ 2023 (ພາບເອກະສານ: SPA/TTXVN)

3 ວັນຄື 15 ທັນວາ,  18 ທັນວາ ແລະ 20 ທັນວາ, ສະມັດຊາໃຫຍ່ ສປຊ ໄດ້ປຶກສາຫາລືກ່ຽວກັບສະພາບການມະນຸດສະທຳຢູ່ເຂດ ກາຊາ ໃນຂອບເຂດກອງປະຊຸມດ່ວນຄັ້ງພິເສດ ຄັ້ງທີ 10 ຂອງ ສະມັດຊາໃຫຍ່. ກອງປະຊຸມດັ່ງກ່າວມີການເຂົ້າຮ່ວມ ແລະ ກ່າວຄ່ຳເຫັນຂອງບັນດາປະເທດສະມາຊິກ ສປຊ, ນັກສັງເກດການ ແລະ ບັນດາອົງການຈັດຕັ້ງສາກົນ ຈຳນວນຫຼາຍ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານອຸປະທູດ ນາງ ເລທິມິງທວາ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ສະພາບການມະນຸດສະທຳ ທີ່ນັບມື້ນັບຮ້າຍແຮງ ຢູ່ ກາຊາ ແລະ ສະແດງຄວາມເສຍໃຈຕໍ່ການສູນເສຍ, ການເສຍຊີວິດ ແລະ ບາດເຈັບຂອງປະຊາຊົນຜູ້ບໍ່ມີໂທດ. ນະທີ່ນີ້, ອຸປະທູດ ຫວຽດນາມ ກໍແຈ້ງໃຫ້ຊາບວ່າ ລັດຖະບານ ຫວຽດນາມ ຕົກລົງຈະປະກອບເງິນຈຳນວນ 500.000 USD ພ້ອມກັບອົງການ ສປຊ ຊ່ວຍເຫຼືອຊາວລີ້ໄພ ປາແລັດສະຕິນ  (UNWRA) ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງ ສປຊ ຢູ່ ເຂດກາຊາ, ພ້ອມທັງເນັ້ນໜັກວ່າ ໃນໄລຍະຍາວ, ສັນຕິພາບແບບຍືນຍົງ ຈະບັນລຸໄດ້ ກໍ່ຕໍ່ເມື່ອຮັບຮອງເອົາໜຶ່ງມາດຕະການແກ້ໄຂຮອບດ້ານທີ່ອີງໃສ່ກົດໝາຍສາກົນ ແລະ ມະຕິສະບັບຕ່າງໆທີ່ກ່ຽວຂ້ອງ ຂອງ ສປຊ.

ໃນຂະນະນັ້ນ, ການປ່ອນບັດໃນວັນທີ 20 ທັນວາ ຂອງ ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບມະຕິຮຽກຮ້ອງຢຸດຕິຊົ່ວຄາວການປະທະກັນດ້ານການທະຫານລະຫວ່າງ ຮາມາດ ກັບ ອິດສະຣາແອັນ ພັດສືບຕໍ່ຖືກໂຈະໄວ້.

ຕອບກັບ

ຂ່າວ/ບົດ​ອື່ນ