ສະມາຄົມ IADL ຮຽກຮ້ອງໃຫ້ປົກປ້ອງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ດີໂອຊີນ ຫວຽດນາມ

ສະມາຄົມ IADL ຮຽກຮ້ອງໃຫ້ປົກປ້ອງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ດີໂອຊີນ ຫວຽດນາມ - ảnh 1
ເບິ່ງແຍງດູແລຜູ້ປະສົມເຄາະຮ້າຍຈາກທາດພິດສີສົ້ມ/ ດີໂອຊິນຫວຽດນາມ
(ພາບປະກອບ)

(vovworld) - ວັນ​ທີ 28/6, ສະມາຄົມ​ທະນາຍຄວາມປະຊາທິປະ​​ໄຕ​ໂລກ (ຫຼື IADL) ​ໄດ້​ຍົກ​ອອກ​​ຄະດີ​ຮ້ອງ​ຟ້ອງ​ຂອງ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ ດີ​ໂອ​ຊີ​ນ ຫວຽດນາມ ຢູ່​ສະ​ໄໝ​ປະຊຸມ​ຄັ້ງ​ທີ 20 ຂອງ​ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ ຢູ່​ນະຄອນ ​ເຊີ​ແນວ, ປະ​ເທດ ສະ​ວິດ, ຮຽກຮ້ອງ​ໃຫ້​ອົງການ​ນີ້​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດຂອງ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ຜິ​ດສີ​ສົ້ມ/ ດີ​ໂອ​ຊີ​ນ ຫວຽດນາມ. ຄະນະ​ຜູ້​ແທນ​ຫວຽດນາມ​ ​ໂດຍ ພົນ​ໂທ Nguyen Van Rinh - ປະທານ​ສະມາຄົມ​ຜູ້​ປະສົມ​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້ມ/ ດີ​ໂອ​ຊີ​ນ ຫວຽດນາມ (ຫຼື VAVA), ຕາງໜ້າ​ໃຫ້​ຜູ້​ປະສົມ​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້ມ/ ດີ​ໂອ​ຊີ​ນ ຫວຽດນາມ ກ່ວາ 3 ລ້ານ​ຄົນ ​ເປັນ​ຫົວໜ​້າຄະນະ​ໄດ້​ເຂົ້າ​ຮ່ວມ​ເຫດການ​ນີ້ ພ້ອມ​ກັບ​ຜູ້​ແທນ​ນັບ​ຮ້ອຍທ່ານ​ທີ່​ມາ​ຈາກ​ບັນດາ​ປະ​ເທດ​ສະມາຊິກ​ສະຫະ​ປະຊາ​ຊາດ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານນາງ Jeanne Mirer, ປະທານ​ສະມາຄົມ​ທະນາຍຄວາມ​ປະຊາທິປະ​ໄຕ​ໂລກ ​ໃຫ້​ຮູ້​ວ່າ: ​ໃນ​ສົງຄາມ​​ຫວຽດນາມ, ກອງທັບ ອາ​ເມ​ລິ​ກາ ​ໄດ້​ຫວ່ານ​ທາດ​ພິດ​ສີ​ສົ້ມ/ ດີ​ໂອ​ຊິນ​ກ່ວາ 80 ລ້ານ​ລິດ ​ໃນ​ຕະຫຼອດ​ໄລຍະ 10 ​ແຕ່ 1961 – 1971, ​​ເຊິ່ງເຮັດ​ໃຫ້ນັບ​ແສນຄົນ​ເສຍ​ຊີວິດ, ກ່ວາ 3 ລ້ານ​ຄົນ​ພວມຕ້ອງ​ດຳ​ເນີນຊີ​ວິດພ້ອມ​ກັບ​ຄວາມ​ເຈັບ​ປວດ​ຍ້ອນ​ພະຍາດ​ບໍ່​ສາມາດ​ປິ່ນປົວ​ໄດ້. ທ່ານ​ນາງ Jeanne Mirer ຮຽກຮ້ອງ​ໃຫ້​ສະມາຄົມ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ​ຄວນ​ມີ​ການ​ກະທຳ​ໂດຍ​ທັນທີ ​ເພື່ອ​ບັນດາຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ ດີ​ໂອ​ຊີ​ນ ຫວຽດນາມ.

ຂ່າວ/ບົດ​ອື່ນ