ສະມາຄົມຊາວສ.ເກົາຫຼີ ຮັກຫວຽດນາມກ່າວ ປະນາມຈີນຕັ້ງຮ້ານ ເຈາະນ້ຳມັນຢູ່ເຂດ ທະເລຫວຽດນາມ

ສະມາຄົມຊາວສ.ເກົາຫຼີ ຮັກຫວຽດນາມກ່າວ ປະນາມຈີນຕັ້ງຮ້ານ ເຈາະນ້ຳມັນຢູ່ເຂດ ທະເລຫວຽດນາມ - ảnh 1

(ພາບ: Việt Cường/Vietnam+)

 

(vovworld)-  ສະມາຄົມ​ຊາວ​ສ.​ເກົາຫຼີ ຮັກ​ຫວຽດນາມ (VESAMO) ຫາ​ກໍ່​ຈັດ​ການ​ເສັງ​ພາສາ ສ​​.​ເກົາຫຼີ ສະຫງວນ​ໃຫ້​ແກ່​ນັກ​ສຶກສາ​ຫວຽດນາມ ​ແລະ ການ​ເສັງ​ພາສາ​ຫວຽດ ​ໃຫ້​ແກ່​ນັກ​ສຶກສາ ສ.​ເກົາຫຼີ ດ້ວຍ​ຫົວຂໍ້: “ຄວາມ​ໄຝ່ຝັນ​ຂອງ​ນ້ອງ, ອະນາຄົດ​ຂອງ​ນ້ອງ“. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ Park Kwang Joo, ປະທານ VESAMO ​ເນັ້ນໜັກ​ວ່າ: ການ​ເສັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ນັກ​ສຶກສາ​ສອງ​ປະ​ເທດ​ຫວຽດນາມ-​ສ.​ເກົາຫຼີ ພ້ອມ​ກັນ​ຄິດ​ວ່າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ສ້າງ​ສັງຄົມ​ດ້ວຍ​ຄວາມ​ເຄົາລົບ​ລັກສະນະ​ມະນຸດສາດ ຫາກ​ບໍ່​ແມ່ນ​ດ້ວຍ​ວັດຖຸ, ຮັກສາ​ຄວາມລະບຽບ​ຮຽບຮ້ອຍ​ຢູ່​ໂລກດ້ວຍ​ການ​ເຈລະຈາ ຫາກບໍ່​ແມ່ນ​ດ້ວຍ​ກຳລັງ​ອາວຸດ. ທ່ານ Park Kwang Joo  ຕາງໜ້າ​ໃຫ້ VESAMO ກ່າວ​ປະນາມ​ການ​ກະທຳ​​ແຕ່​ຝ່າຍ​ດຽວຂອງ​ຈີນ ​ແມ່ນ​ຕັ້ງຮ້ານ​ເຈະ​ນ້ຳມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫຼ່​ທະ​ຫວີ​ບຂອງ​ຫວຽດນາມ, ຖື​ວ່າ, ນີ້​ແມ່ນ​ການ​ກະທຳ​ລະ​ເມີດ​ອະທິປະ​ໄຕ​ຢ່າງ​ຮ້າຍ​ແຮງ ​ແລະ ໜ້າ​ວິຕົກ​ກັງ​ວົນ./.

 

ຂ່າວ/ບົດ​ອື່ນ