ສະມາຄົມພຸດທະສາ ສະໜາ ຫ່ວາຫາວ ມີສານ ກ່ຽວກັບອະທິປະໄຕຢູ່ທະເລຕາເວັນອອກ

ສະມາຄົມພຸດທະສາ ສະໜາ ຫ່ວາຫາວ ມີສານ ກ່ຽວກັບອະທິປະໄຕຢູ່ທະເລຕາເວັນອອກ - ảnh 1
(ພາບປະກອບ)

(vovworld) – ຕໍ່ໜ້າ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ແລະ ນຳ​ກຳ​ປັ່ນຄຸ້ມ​ກັນ, ລ່ວງ​ລ້ຳ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫຼ່​ທະວີບ​ຂອງ​ຫວຽດນາມ, ​ໂດຍ​ບໍ່​ຫົວຊາ​ຕໍ່​ກົດໝາຍ​ສາກົນ, ວັນ​ທີ 22/05, ກອງ​ປະຊຸມ​ໃຫຍ່​ຜູ້​ເຊື່ອ​ຖື​ສາສະໜາ​ພຸດ ຫ່ວາ​ຫາວ ຄັ້ງ​ທີ 4 ​ໄດ້​ອອກ​ສານ​ກ່ຽວ​ກັບ​ອະທິປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ ສົ່ງ​ເຖິງ​ບັນດາ​ຜູ້​ນິຍົມ​ສັກ​ຕຳ​ແໜ່​ງ, ພະສົງ​ສຳມະ​ເນນ, ສາສະ​ນິກກະ​ຊົນ ​ໃນສະມາຄົມ​ພຸດທະ​ສາສະໜາ ​ຫ່ວາ​ຫາວ ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ.

        ສານ​ຊີ້​ແຈ້ງວ່າ: ດ້ວຍ​ຈິດ​ໃຈ​ຮັກ​ຫອມ​ສັນຕິພາບ, ​ແຕ່​ຕັດສິນ​ໃຈ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ທີ່​ສັກກະ​ລະ​ບູຊາ​ຂອງປະ​ເທດ​ຊາດ, ກອງ​ປະຊຸມ​ໃຫຍ່​ຜູ້​ເຊື່ອ​ຖື​ສາສະໜາ​ພຸດ ຫ່ວາ​ຫາວ ຄັ້ງ​ທີ 4 ​ໄດ້ສົ່ງສານ​ຄັດຄ້ານ​ການ​ກະທຳ​ຂອງຈີນ ທີ່​ລ່ວງ​ລ້ຳ​ອະທິປະ​ໄຕ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫຼ່ທະວີບ​ຂອງ​ຫວຽດນາມ; ຮຽກຮ້ອງ​ໃຫ້​ຈີນ ​ເຄົາລົບ​ເອກະລາດ, ອະທິປະ​ໄຕອັນ​ຄົບ​ຖ້ວນ​ຂອງ​ຫວຽດນາມ; ຖອນ​ຮ້ານ​​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ແລະ ກຳ​ປັ່ນ​ໝົດ​ທຸກ​ລຳອ​ອກຈາກ​ເຂດນ່ານ​ທະ​ເລ​ຂອງ​ຫວຽດນາມ ​ແລະ ສະໜັບສະໜູນ​ຫຼັກ​ໝັ້ນ ​ແລະ ທັດສະນະ​ຂອງ​ລັດຖະບານ, ຕັດສິນ​ໃຈ​ປົກ​ປັກ​ຮັກສາ​ອະທິປະ​ໄຕ, ຮັກສາ​ແນວທາງ​ການ​ຕ່າງປະ​ເທດ ​ແລະ ການ​ເຈ​ລະ​ຈາ​ສັນຕິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ