ສະມາຊິກພັກກອມມູນິດຫວຽດນາມຢູ່ຮົງກົງແລະມາເກົາເຊື່ອໝັ້ນຜົນສຳເລັດຂອງກອງປະຊຸມໃຫຍ່ຂອງພັກ

ສະມາຊິກພັກກອມມູນິດຫວຽດນາມຢູ່ຮົງກົງແລະມາເກົາເຊື່ອໝັ້ນຜົນສຳເລັດຂອງກອງປະຊຸມໃຫຍ່ຂອງພັກ - ảnh 1
(ທ່ານ ຮ່ວາງ​ຈີ໋ຈູງ, ຫົວໜ້າສະຖານກົງສູນ​ໃຫຍ່ ຫວຽດນາມ
 ປະຈຳ​ເຂດບໍລິຫານ​ພິ​ເສດ ຮົງ​ກົງ ​ແລະ ມາ​ເກົາ)

(vovworld) – ​    ສະມາຊິກ​ພັກ​ກອມ​ມູນິດ​ ຫວຽດນາມ ​ຢູ່​ ຮົງ​ກົງ​ ແລະ​ ມາ​ເກົາ​ ເຊື່ອ​ໝັ້ນ​​ຜົນສຳ​ເລັດຂອງ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 12 ຂອງ​ພັກ ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ ຮ່ວາງ​ຈີ໋ຈູງ, ຫົວໜ້າສະຖານກົງສູນ​ໃຫຍ່ ຫວຽດນາມ ປະຈຳ​ເຂດບໍລິຫານ​ພິ​ເສດ ຮົງ​ກົງ ​ແລະ ມາ​ເກົາ ຂຶ້ນ​ກັບ​ສາທາລະນະ​ລັດ​ປະຊາຊົນ ຈີນ ​ໃນ​ການ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ ຫວຽດນາມ ​​ເມື່ອວັນ​ທີ 28/01/2016, ​ຂະນະ​ທີ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ ຫາ​ກໍ່​ສິ້ນສຸ​ດລົງ. ທ່ານ ຮ່ວາງ​ຈີ໋ຈູງ ​ໃຫ້​ຮູ້​ວ່າ: ພະນັກງານ, ສະມາຊິກ​ພັກ​ບັນດາ​ອົງການ​ຕາງໜ້າ​ຂອງ ຫວຽດນາມ ປະຈຳ ຮົງ​ກົງ ​ແລະ ມາ​ເກົາ ຍາມ​ໃດ​ກໍ່​​ເອົາ​ໃຈ​ໃສ່​ຕິດຕາມການ​ຜັນ​ແປ ​ແລະ ໝາກຜົນ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ່ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ ທີ່ດຳ​ເນີນ​ຢູ່ ຮ່າ​ໂນ້ຍ ​ໃນ​ລະຫວ່າງ​ວັນ​ທີ 21 – 28/01/2016. ທ່ານ ຮ່ວາງ​ຈີ໋ຈູງ ​ເນັ້ນ​ໜັກ​ວ່າ:

“ ບັນດາ​ສະມາຊິກ​ພັກ ມີ​ຄວາມພາກພູມ​ໃຈ​ທີ່​ສຸດ​ຕໍ່​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່. ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ໄດ້​ມີ​ບັນດາລັດຖະນະ​​ໂຍບາຍ, ອອກ​ມະຕິ​ເພື່ອນຳ​ປະ​ເທດ ຫວຽດນາມ ພັດທະນາ​ຢ່າງ​ວ່ອງ​ໄວກ່ວາ, ດ້ວຍລະດັບ​ຄວາມ​ໄວ​ສູງ​ກ່ວາ ​ແລະ ​ໄດ້​ສ້າງ​​ແຜນການໃຫ້​​ເປົ້າໝາຍ​ນີ້​ ໃນ 5 ປີ​ຈະ​ມາ​ເຖິງ. ຄະນະ​ການ​ນຳ​ໃໝ່ດ້ວຍ​ແນວ​ທາງ​ສືບ​ຕໍ່​ຍູ້​ແຮງ​ການ​ປ່ຽນ​ໃໝ່​ຮອບດ້ານ ຈະ​ນຳ​ປະ​ເທດ ຫວຽດນາມ ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ໂດຍ​ໄວ”.

​ແລະ​ກໍ່ຕາມ​ທ່ານ ຮ່ວາງ​ຈີ໋ຈູງ, ກ່ອນ​ທີ່​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມມູນິດ ຫວຽດນາມ, ພະນັກງານ, ສະມາຊິກ​ພັກບັນດາ​ອົງການຕາງໜ້າ ຫວຽດນາມ ປະຈຳ ຮົງ​ກົງ ​ແລະ ມາ​ເກົາ ​ໄດ້​ປະກອບ​ຄຳ​ເຫັນ​ຢ່າງຕັ້ງໜ້າ ​ເຂົ້າ​ບັນດາ​ຮ່າງ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ ​ແລະ ວາງ​ແຜນການ​ຜັນ​ຂະ​ຫາຍ​ມະຕິ​ກອງ​ປະຊຸມ​ໃຫຍ່ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ