ສະມາຊິກສະພາຕໍ່າອາເມລິກາ ຮຽກຮ້ອງສ້າງ ຍຸດທະສາດຕ້ານການກະທຳບີບບັງຄັບຂອງຈີນ

ສະມາຊິກສະພາຕໍ່າອາເມລິກາ ຮຽກຮ້ອງສ້າງ ຍຸດທະສາດຕ້ານການກະທຳບີບບັງຄັບຂອງຈີນ  - ảnh 1
ເຊິ່ງທ່ານສະມາຊິກ​ສະພາ​ຕໍ່າ​ອາ​ເມ​ລິ​ກາ Randy Forbes
(ພາບ: Pilot)


(vovworld) – ອາ​ເມ​ລິ​ກາ ຕ້ອງ​ສ້າງ​ຍຸດ​ທະ​ສາດ​ເພື່ອ​ຮັບ​ມື​ກັບ​ການ​ກະທຳ​ບີບ​ບັງຄັບ​ປອດ​ທະຫານ​ຂອງ​ຈີນ. ນັ້ນ​ແມ່ນ​ຂໍ້​ສະ​ເໜີ​​ເຊິ່ງທ່ານສະມາຊິກ​ສະພາ​ຕໍ່າ​ອາ​ເມ​ລິ​ກາ Randy Forbes, ປະທານ​ອະນຸ​ກຳມະການ​ຜັນ​ຂະຫຍາຍ​ກຳລັງ ​ແລະ ກຳລັງ​ແຮງ​ທະ​ເລ ຂຶ້ນ​ກັບ​ກຳມາ​ທິການ​ກຳລັງ​ທະຫານ​ສະພາ​ຕໍ່າ​ອາ​ເມ​ລິ​ກາ ຍົກ​ອອກ​ມາ ​ເມື່ອ​ຕອບ​ສຳພາດ​ຕໍ່​ວາລະ​ຊານ National Interest ຂອງ​ອາ​ເມ​ລິ​ກາ. ຕາມ​ທ່ານສະມາຊິກ​ສະພາ​ຕໍ່າ​ອາ​ເມ​ລິ​ກາ Randy Forbes ​ແລ້ວ, ບົດບາດ ​ແລະ ຄວາມ​ສາມາດ​ຂອງ​ອາ​ເມ​ລິ​ກາ ​ໃນ​ການ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ແມ່ນ​ອີງ​ໃສ່​ກົດໝາຍ​ຢູ່​ອາຊີ ​ໃນ​ຫຼາຍ​ທົດ​ສະ​ວັດ​ຜ່ານ​ມາ​ພວມ​ປະສົບ​ສິ່ງທ້າທາຍຕໍ່​ໜ້າ​ຄວາມ​ມານະ​ພະຍາຍາມ​ຫັນ​ການ​ທະຫານ​ເປັນ​ທັນ​ສະ​ໄໝ ​ແລະ ການ​ກະທຳ​ແຂງ​ກະ​ດາງ​ຂອງ​ຈີນ. ທ່ານ Randy Forbes ກ່າວ​ເຕື່ອນວ່າ ອາດ​ສາມາດ​ເກີດ​ວິ​ກິດ​ການ ​​ແລະ ຊຳ​ບໍ່​ໜຳ​ເກີດ​ການ​ປະ​ທະ​ກັນ​ຢູ່​ອາຊີ - ປາຊີ​ຝິກ ກໍ່​ເປັນ​ໄດ້​ດ ຂະນະ​ທີ່ ​ຈີນ ອາດ​ຈະປ່ຽນ​ແປງດູ​ນ​ການ​ທະຫານ, ນຳ​​ໃຊ້​ບັນດາ​ມາດ​ຕະການບີບ​ບັງຄັບ​ດ້ວຍ​ການ​ທະຫານ ​ແລະ ປອດ​ທະຫານ. ບັນດາ​ປະ​ເທດ​ບ້ານ​​ໃກ້​ເຮືອນ​ຄຽງ​ຂອງ​ຈີນ ຈາກ​ຍີ່ປຸ່ນ ຕະຫຼອດ​ຮອດ ຟີລິບ​ປິນ ​ແລະ ຫວຽດນາມ ລ້ວນ​ແຕ່ ລໍ​ຖາ​ບັນ​ຍານຢ່າງຈະ​ແຈ້ງກ່ຽວກັບ​ຄວາມ​ຕັດສິນ​ຂອງ​ຂອງ​ອາ​ເມ​ລິກາ ​ໃນ​ການ​ຮັກສາ​ສະພາບ​ຕົວ​ຈິງ​ໃນ​ພາກ​ພື້ນ, ​ເຊິ່ງ​ເປັນ​ບ່ອນ​ທີ່​ການ​ເສລີ​ໃນ​ການ​ເດີນ​ທະ​ເລ​ໄດ້​ຮັບ​ການ​ເຄົາ​ລົບ, ບັນດາ​ການ​ຂັດ​ແຍ້​ງ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ສັນຕິ​ວິທີ.

        ທ່ານສະມາຊິກ​ສະພາ​ຕໍ່າ​ອາ​ເມ​ລິ​ກາ Randy Forbes ຖື​ວ່າ, ອາ​ເມ​ລິ​ກາ ພວມ​ຂາດ​ຍຸດ​ທະ​ສາດ​ເພື່ອ​ສະກັດ​ກັ້ນຄວາມ​ແຂງ​ກະ​ດາງ​ທີ່​ນັບ​ມື້​ນັບ​ປິນຂັ້ນ​ໄດ​ຂອງ​ຈີນ. ສະ​ນັ້ນ, ອາ​ເມ​ລິ​ກາ ຕ້ອງ​ມີ​ຍຸດ​ທະ​ສາດ ​ເພື່ອ​ສາມາດ​ຄວບ​ຄຸມ​ການ​ກະທຳ​ບີ​ບບັງຄັບ ​ແລະ ຄວາມ​ສາມາດ​ຕ້ານ​ການ​ແຊກ​ແຊງ​ຂອງ​ຈີນ.

ຂ່າວ/ບົດ​ອື່ນ