ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຕີ​ລາ​ຄາ​ສູງ​ເລື່ອງ ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະ​ບັບ​ປັບ​ປຸງ)

(VOVWORLD) - ພາຍຫຼັງການຖະແຫຼງຂ່າວ ອັດກອງປະຊຸມວິສາມັນຄັ້ງທີ 5, ສະພາແຫ່ງຊາດຊຸດທີ XV, ທ່ານ ບຸຍວັນເກືອງ ເລຂານຸການໃຫຍ່, ຫົວໜ້າຫ້ອງວ່າການສະພາແຫງຊາດ ໄດ້ຢັ້ງຢືນວ່າ ຄະນະປະຈຳສະພາແຫ່ງຊາດ ຈະພ້ອມກັບລັດຖະບານ ສ້າງແຜນການລະອຽດໂດຍໄວ
ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຕີ​ລາ​ຄາ​ສູງ​ເລື່ອງ ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະ​ບັບ​ປັບ​ປຸງ) - ảnh 1ກອງປະຊຸມວິສາມັນຄັ້ງທີ 5, ສະພາແຫ່ງຊາດຊຸດທີ XV (ພາບ: quochoi.vn)

ພາຍຫຼັງອັດກອງປະຊຸມວິສາມັນຄັ້ງທີ 5, ສະພາແຫ່ງຊາດຊຸດທີ XV, ຢູ່ນອກກອງປະຊຸມ, ມີສະມາຊິກສະພາແຫ່ງຊາດ ຫວຽດນາມ ຕີລາຄາສູງເລື່ອງສະພາແຫ່ງຊາດໄດ້ລົງປະຊາມະຕິຮັບຮອງເອົາກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍບັນດາອົງການຈັດຕັ້ງສິນເຊື່ອ (ສະບັບປັບປຸງ). ນີ້ແມ່ນກົດໝາຍສອງສະບັບທີ່ມີຜົນກະທົບຢ່າງແຮງ ຕໍ່ການເຕີບໂຕ ແລະ ສະຖຽນລະພາບຂອງພື້ນຖານເສດຖະກິດ. ທ່ານ ເຈື່ອງຊວັນກື ສະມາຊິກສະພາແຫ່ງຊາດ ຮ່າໂນ້ຍ ຖືວ່າ:

ຂ້າພະເຈົ້າຖືວ່າ ກົດໝາຍວ່າດ້ວຍທີ່ດິນ ໄດ້ຮັບຮອງເອົາຈະແກ້ໄຂບັນດາຂໍ້ຕິດຂັດ, ຄວາມຫຍຸ້ງຍາກ ເມື່ອນຳກົດໝາຍໄດ້ໝູນໃຊ້ໃນຊີວິດ, ບັນດາບັນຫາຄືກຳນົດ ຄ່າທີ່ດິນ, ບັນຫາວຽກງານການບໍລິຫານ, ຄວາມຮັບຜິດຊອບຂອງທ້ອງຖິ່ນ, ກະຊວງ, ຄະນະ, ຂະແໜງການ ນັບທັງຄວາມຮັບຜິດຊອບຕາມມະຕິເຊິ່ງສູນກາງວາງອອກ. ປັດຈຸບັນ ສຳຄັນທີ່ສຸດແມ່ນ ຫັນເປັນລະອຽດ ຂອງລັດຖະບານ ດ້ວຍບັນດາມະຕິ ແລະ ເອກະສານແນະນຳຂອງບັນດາກະຊວງ ແນ່ນອນວ່າຈະມີປະສິດທິຜົນກ່ວາເກົ່າ.

ແລະກໍ່ໃນວັນດຽວກັນ, ພາຍຫຼັງການຖະແຫຼງຂ່າວ ອັດກອງປະຊຸມວິສາມັນຄັ້ງທີ 5, ສະພາແຫ່ງຊາດຊຸດທີ XV, ທ່ານ ບຸຍວັນເກືອງ ເລຂານຸການໃຫຍ່, ຫົວໜ້າຫ້ອງວ່າການສະພາແຫງຊາດ ໄດ້ຢັ້ງຢືນວ່າ ຄະນະປະຈຳສະພາແຫ່ງຊາດ ຈະພ້ອມກັບລັດຖະບານ ສ້າງແຜນການລະອຽດໂດຍໄວ ເພື່ອຜັນຂະຫຍາຍການປະຕິບົດກົດໝາຍສະບັບນີ້.

ຕອບກັບ

ຂ່າວ/ບົດ​ອື່ນ