ສະມາຊິກສະພາແຫ່ງຊາດ ເມຊີໂກ ຕີລາຄາສູງ ຫຼັກໝັ້ນສັນຕິພາບຂອງ ຫວຽດນາມ ໃນບັນຫາທະເລຕາເວັນອອກ

ສະມາຊິກສະພາແຫ່ງຊາດ ເມຊີໂກ ຕີລາຄາສູງ ຫຼັກໝັ້ນສັນຕິພາບຂອງ ຫວຽດນາມ ໃນບັນຫາທະເລຕາເວັນອອກ - ảnh 1
(ພາບປະກອບ: TTXVN)


(vovworld) –  ວັນ​ທີ 22/05, ທ່ານ​ປະທານ​ລັດຖະສະພາ ລັດ Zacatecas ຂອງ​ເມ​ຊີ​ໂກ, ສະມາຊິກ​ສະພາ​ແຫ່ງ​ຊາດ  Alfredo Femat Banuelo ​ໄດ້​ສະ​ແດງການ​ສະໜັບສະໜູນ ​ແລະ ຕີ​ລາຄາ​ສູງ​ຫຼັກ​ໝັ້ນ​ສັນຕິພາບ, ວິທີ​ແກ້​ໄຂ​ບັນຫາ​ພວມ​ເກີດ​ຂຶ້ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​​ໂດຍ​ຢືດໝັ້ນ, ຖືກຕ້ອງ​ຂອງ​ພັກ ​ແລະ ລັດຖະບານ​ຫວຽດນາມ ​ເພື່ອ​ແນ​ໃສ່​ຮັບປະກັນ​ຜົນ​ປະ​ໂຫຍດອັນ​ຊອບ​ທຳ, ພ້ອມທັງ​ປະກອບ​ສ່ວນ​ຮັກສາ​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ.

    ​ໃນ​ມະຕິ​ຕົກລົງ​ລວມມີ 4 ຂໍ້​ຕົ້ນ​ຕໍ່ ​ເຊິ່ງຜູ້ຕາງໜ້າ​ຂອງ​ຄະນະ​ສະ​ມາ​ຊິກ 7 ຄະນະ​ໄດ້​ລົງ​ນາມ​ຝາກ​ເຖິງ​ສະຖານທູດ​ຫວຽດນາມ ປະຈຳ​ເມ​ຊີ​ໂກ, ​ລັດຖະສະພາ ລັດ Zacatecas ຮຽກຮ້ອງ​ໃຫ້​ຈີນ ​ແລະ ຫວຽດນາມ ຊອກ​ຫາ​ມາດ​ຕະການ​ດ້ານ​ການ​ເມືອງ ​ແລະ ການ​ເຈລະຈາ​​ໃຫ້​ແກ່​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ໃນ​ຂອບ​ເຂດ​ກົດໝາຍ​ສາກົນ. ຕາມມະຕິ​ຕົກລົງດັ່ງກ່າວ, ​ລັດຖະສະພາ ລັດ Zacatecas  ກໍ່​ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ​ລະຫວ່າງ​ລັດ ຜ່ານ​ກະຊວງ​ການ​ຕ່າງປະ​ເທດ ສະ​ເໜີ​ຕໍ່​ສະຫະ​ປະຊາ​ຊາດ ​ແຊກ​ແຊງ​ຢ່າງ​ທັນ​ການ ​ແລະ ພິຈາລະນາ​ບັນຫາ​ແບບ​ຫຼາຍ​ຝ່າຍ, ພ້ອມ​ທັງຝາກ​ສານ​ສັນຕິພາບ​ເຖິງ​ເອກ​ອັກຄະ​ລັດຖະທູດ​ບັນດາ​ປະ​ເທດ​ທີ່​ກ່ຽວຂ້ອງ ​ແລະ ປາຖະໜາ​ວ່າ ທຸກໆ​ການຂັດ​ແຍ້​ງ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ພື້ນ​ຖານ​ກົດໝາຍ​ສາກົນ.

ຂ່າວ/ບົດ​ອື່ນ