ສະຫຼຸບວຽກງານບໍ່ ຂຶ້ນກັບລັດຖະບານ ຕ່າງປະເທດປີ 2014

ສະຫຼຸບວຽກງານບໍ່ ຂຶ້ນກັບລັດຖະບານ ຕ່າງປະເທດປີ 2014 - ảnh 1
(ພາບປະກອບ)

(vovworld) - ​ໃນ​ປີ 2014, ຫວຽດນາມ​ໄດ້​ຕ້ອນຮັບ​ແຂກ 1.860 ​ເທື່ອ​ຄົນ, ທີ່​ຂຶ້ນ​ກັບ 760 ຄະນະ​ຂອງ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານຕ່າງປະ​ເທດ ທີ່​ເຂົ້າ​ມາໜູນ​ຊ່ວຍຫວຽດນາມ ​ຜັນ​ຂະຫຍາຍ​ໂຄງການ​ຕ່າງໆ. ມູນ​ຄ່າ​ຊ່ວຍ​ເຫຼືອ​ຂອງບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານຕ່າງປະ​ເທດ​ໃຫ້​ແກ່​ຫວຽດນາມບໍ່​ລຸດລົງ, ບັນລຸກວ່າ 300 ລ້ານ​ດົ່ງ. ຈຳນວນ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານຕ່າງປະ​ເທດ​ເຄື່ອນ​ໄຫວ​ຢູ່​ຫວຽດນາມ​ ສືບ​ຕໍ່​ເພີ່ມ​ຂຶ້ນ. ທ່ານ ຫງວຽນ​ງອກ​ຮຸ່ງ, ຮອງ​ຫົວໜ້າ​ຄະນະ​ປະສານ​ງານ​ຊ່ວຍ​ເຫຼືອ​ປະຊາຊົນ​ທີ່​ຂຶ້ນ​ກັບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “ພວກ​ເຮົາ​ດີ​ໃຈ​ຫຼາຍ, ​ເພາະວ່າ​ໃນ​ປີ 2014 ຫວຽດນາມ​ ໄດ້​ຕ້ອນຮັບ 42 ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ໃໝ່​ເຂົ້າ​​ເຄື່ອນ​ໄຫວ. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຍັງ​ສົນ​ໃຈ​ເຖິງ​ຫວຽດນາມ​ທີ່​ສຸດ ​ແລະ ​ເຂົາ​ເຈົ້າ​ໄດ້​ຕີ​ລາຄາ​ສູງ​ນະ​ໂຍບາຍ​ກໍ່​ຄື​ຜົນງານ​ຂອງ​ຫວຽດນາມ​ ໃນ​ວຽກ​ງານລົບ​ລ້າງ​ຄວາມ​ອຶດ​ຫີ​ວຫຼຸດຜ່ອນ​ຄວາມທຸກ​ຍາກ, ການ​ພັດທະນາ​ແບບ​ຍືນ​ຍົງ… ຍ້ອນ​ເຫດ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​​ເລືອກ​ຫວຽດນາມ​ເປັນ​ບ່ອນເຂົ້າ​ມາ​ເຄື່ອນ​ໄຫວ​ “.

        ກ່າວ​ຄຳ​ເຫັນ​ອັດ​ກອງ​ປະຊຸມ, ທ່ານ ​ໂຮ່ຊວນ​ເຊີນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ, ຮອງ​ຫົວໜ້າ​ຄະນະ​ກຳມະການວຽກ​ງານ​​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ​ຢືນຢັນ​ວ່າ, ​ໃນ​ໄລຍະ​ພັດທະນາ​ໃໝ່, ຫວຽດນາມ​ ຍັງ​ຄົງ​ຕ້ອງການ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານຕ່າງປະ​ເທດ. ດັ່ງ​ນັ້ນ​ວຽກ​ງານ​ຈຸດ​ສຸມ​ໃນ​ປີ 2015 ຂອງ​ຄະນະ​ກຳມະການວຽກ​ງານ​​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ ຈະ​ຍູ້​ແຮງ​ວຽກ​ງານບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ, ບໍ່​ພຽງ​ແຕ່​ໜູນ​ຊ່ວຍ​ຫວຽດນາມ​ ພັດທະນາ​ເສດຖະກິດ - ສັງຄົມ​ເທົ່າ​ນັ້ນ, ຫາກ​ຍັງ​ສະໜັບສະໜູນ​ຫວຽດນາມ ​ໃນ​ທຸກ​ຂົງ​ເຂດ​ອີກ​ດ້ວຍ, ພິ​ເສດ​ແມ່ນ​ບັນດາ​ບັນຫາ​ສຳຄັນ​ທີ່​ເໝາະ​ສົມ​ກັບ​ທິດ​ທາງ​ພັດທະນາ​ຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ