ສະຫະປະຊາຊາດ ຈັດກອງປະຊຸມກ່ຽວກັບ ບັນຫາ ຊີຣີ

ສະຫະປະຊາຊາດ    ຈັດກອງປະຊຸມກ່ຽວກັບ      ບັນຫາ ຊີຣີ - ảnh 1
 ສປຊ ຈັດກອງປະຊຸມກ່ຽກັບ ຊີຣີ
ພາບປະກອບຈາກ internet

(vovworld) - ທີ່​ວາລະ​ປະຊຸມ​ສະ​ເພາະ​ກ່ຽວ​ກັບ ຊີຣີ​ໃນ​ຂອບ​ເຂດ​ສະ​ໄຫມ​ປະຊຸມ​ຄັ້ງ​ທີ 19 ສະພາ​ສິດ​ທິມະນຸດ​ສະຫະ​ປະຊາ​ຊາດ (ສປຊ) ດຳ​ເນີນ​ຢູ່ ​ເຊີ​ແນວ​ ປະ​ເທດ​ສະ​ວິດ, ທ່ານ ນາງ NaviPilay ຂ້າ​ຫລວງ​​ໃຫຍ່​ ສປຊ ກ່ຽວ​ກັບສິດທິ​ມະນຸດ ​ໄດ້​ກ່າວ​ປະນາມ​ບັນດາ​ການລະ​ເມີດ​ສິດທິ​ມະນຸດ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້ ​ແລະ ສະ​ເຫ​ນີວ່າ​ຄວນ​ຍົກ​ ບັນຫາ ຊີຣີ ຂຶ້ນ​ສານ​ອາຍາ​ສາກົນ. ທ່ານ​ນາງ NaviPillay ບໍ່​ປະຕິ​ເສດ​ບັນດາ​ບາດກ້າວ​ອັນ​ຖືກຕ້ອງ​ຂອງ​ລັດຖະບານ ຊີຣີ​ໃນ​ການ​ແກ້​ໄຂ​ສະພາບ​ປະ​ທະ​ກັນ​ຢ່າງ​ນອງ​ເລືອດ​ຢູ່​ຊີຣີ ​ແຕ່​ຕາມ​ທ່ານ​ນາງ​ແລ້ວ, ບັນດາ​ຄວາມ​ມານະ​ພະຍາຍາມ​ນັ້ນ ຍັງ​ບໍ່​ທັນ​ພຽງພໍ. ທ່ານ​ນາງ NaviPillay ຖື​ວ່າ: ສິ່ງ​ຈຳ​ເປັນ​ຕ້ອງ​ເຮັດ ນັ້ນ​ແມ່ນ​ຢຸດຕິ​ສະພາບ​ປະ​ທະ​ກັນ​ຢູ່ ຊີຣີ ​ແລະ ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ສາ​ໂລກ​ເປັນ​ເອກະ​ພາບ​ເພື່ອ​ສົ່ງ​ສານ​ຢ່າງ​ແຂງ​ແຮງ​ເຖິງ​ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ An At sat ​ເພື່ອ​ຫັນ​ສິ່ງ​ດັ່ງກ່າວ​ປະກົດ​ຜົນ​ເປັນ​ຈິງ. ​ໂຕ້​ຕອບ​ຄຳ​ຕຳ​ນິຕິ​ຕຽນ​ຂອງ​ທ່ານ​ນາງ NaviPillay, ​ທ່ານ Faysal Khabbaz Hamoui ເອກ​ອັກຄະ​ລັດຖະທູດ ຊີຣີ ປະຈຳ ສປຊ ​ໄດ້​ຖະ​ແຫລ​ງ ຈະ​ຖອນອອກ​ຈາກ​ກອງ​ປະຊຸມ​ເພື່ອ​ສະ​ແດງ​ການ​ຄັດຄ​້ານຕໍ່​ວາລະ​ປະຊຸມ​ຄັ້ງ​ນີ້.
ຂ່າວ/ບົດ​ອື່ນ