ສະຫະປະຊາຊາດ ຮຽກຮ້ອງບັນດາຝ່າຍຢູ່ ເຢແມນ ເຈລະຈາໂດຍບໍ່ຕ້ອງການເງື່ອນໄຂຕັດສິນຊີ້ຂາດ

(VOVWORLD) - ວັນທີ 06 ທັນວາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຮຽກຮ້ອງບັນດາຝ່າຍທີ່ເຂົ້າຮ່ວມສົງຄາມຢູ່ ເຢແມນ ເຂົ້າຮ່ວມການເຈລະຈາ ໂດຍສະຫະປະຊາຊາດຈັດຕັ້ງ
ສະຫະປະຊາຊາດ ຮຽກຮ້ອງບັນດາຝ່າຍຢູ່ ເຢແມນ ເຈລະຈາໂດຍບໍ່ຕ້ອງການເງື່ອນໄຂຕັດສິນຊີ້ຂາດ - ảnh 1  ພາບປະກອບ/ Reuters

ຊຶ່ງບໍ່ຕ້ອງການເງື່ອນໄຂຕັດສິນຊີ້ຂາດ ພາຍຫລັງຝ່າຍລັດຖະບານ ແລະ ຝ່າຍຄ້ານໄດ້ຍົກອອກບັນດາຄວາມຮຽກຮ້ອງຕ້ອງການຂອງຕົນ. ການເຈລະຈາລະຫວ່າງລັດຖະບານ ເຢແມນ ແລະ ກຳລັງພວກກະບົດ Houthi ໄດ້ດຳເນີນຢູ່ ຊູແອັດ ກ່ອນນັ້ນໃນວັນດຽວກັນ, ແນໃສ່ຢຸດຕິສົງຄາມທີ່ແກ່ຍາວເປັນເວລາ 4 ປີ ເຊິ່ງເຮັດໃຫ້ປະເທດນີ້ ຕົກເຂົ້າສູ່ສະພາບຫຍຸ້ງຍາກ ແລະ ປັດຈຸບັນພວມຈະຕົກເຂົ້າສູ່ສະພາບໄພອຶດຫິວ.

ຕອບກັບ

ຂ່າວ/ບົດ​ອື່ນ