ສະຫະປະຊາຊາດ: ໂລກຕ້ອງການເງິນຈຳນວນ 2.400 ຕື້USD ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) -ບັນດາປະເທດຄວນສົມທົບກັນລະດົມແຫລ່ງທຶນປະມານ 2.400 ຕື້ USD ເພື່ອຫັນບັນດາຄຳໝັ້ນສັນຍາ,ເປົ້າໝາຍທີ່ວາງອອກໃນກອງປະຊຸມ COP 28 ຢູ່ Dubai (UAE) ທ້າຍປີກາຍນີ້ໃຫ້ປະກົດຜົນເປັນຈິງ.
ສະຫະປະຊາຊາດ: ໂລກຕ້ອງການເງິນຈຳນວນ 2.400 ຕື້USD ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1ສະພາບແຫ້ງແລ້ງຢ່າງຮ້າຍແຮງຢູ່ ຫນອງ Titicaca ເຂດຊາຍແດນ Bolivia ແລະ  Peru. ພາບ:AFP/TTXVN

ວັນທີ 2 ກຸມພາ, ທ່ານ Simon Stiell ເລຂາບໍລິຫານສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ COP29 ໄດ້ເນັ້ນຫນັກຄືດັ່ງກ່າວຢູ່ ເວທີປາໄສທີ່ໄດ້ຈັດຂຶ້ນຢູ່ ນະຄອນຫລວງ Baku ຂອງ ອາແຊກໄບຢານ ຊື່ງແມ່ນປະເທດເຈົ້າພາບຈັດກອງປະຊຸມຄັ້ງທີ 29 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສປຊ ກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ COP29. 

ທ່ານ Simon Stiell ຢັ້ງຢືນ: ບັນຫາລະດົມການເງິນຈະແມ່ນຈຸດສຸມຂອງໂຄງການດຳເນີນງານ COP29 ດຳເນີນໃນທ້າຍປີນີ້ ແລະ ຖືວ່າ: ບັນດາການກະທຳຜັນຂະຫຍາຍໃນສະພາບຕົວຈິງຂອງ 2 ປີຈະມາເຖິງ ອາດຈະກຳນົດບັນດາການກະທົບຕໍ່ບັນຫາການປ່ຽນແປງຂອງດິນຟ້າອາກາດໃນ 2 ທົດສະວັດຈະມາເຖິງ ແລະຊ້ຳບໍ່ໜຳຫລາຍກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ