ສະຫະປະຊາຊາດກ່າວເຕືອນ ເຢແມນ ອາດຈະຕົກເຂົ້າສູ່ສະພາບການຊົ່ວຮ້າຍໃນປີ 2019

(VOVWORLD) - ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ກ່າວເຕືອນວ່າ ເຢແມນ ອາດຈະຕົກເຂົ້າສູ່ສະພາບການຊົ່ວຮ້າຍໃນປີ 2019 ຫລາຍກ່ວາອີກ
ສະຫະປະຊາຊາດກ່າວເຕືອນ ເຢແມນ ອາດຈະຕົກເຂົ້າສູ່ສະພາບການຊົ່ວຮ້າຍໃນປີ 2019 - ảnh 1ສະຫະປະຊາຊາດກ່າວເຕືອນ ເຢແມນ ອາດຈະຕົກເຂົ້າສູ່ສະພາບການຊົ່ວຮ້າຍໃນປີ 2019 (ພາບປະກອບ/ AFP/TTXVN )

ຖ້າຫາກບັນດາຝ່າຍເຂົ້າຮ່ວມການປະທະກັນຢູ່ປະເທດນີ້ ບໍ່ລົງນາມໃນຂໍ້ຕົກລົງສັນຕິພາບກໍ່ຄືສະກັດກັ້ນວິກິດການມະນຸດສະທຳ. ວັນທີ 16 ທັນວາ, ກ່າວຄຳເຫັນທີ່ກອງປະຊຸມຂ່າວຢູ່ນະຄອນຫລວງ Doha ປະເທດ ກາຕາ, ທ່ານ Antonio Guterres ໃຫ້ຮູ້ວ່າ: ປະຊາຊົນ ເຢແມນ ເປັນຈຳນວນຫລວງຫລາຍພວມປະສົບກັບຄວາມຫຍຸ້ງຍາກທີ່ສຸດໃນເງື່ອນໄຂດຳລົງຊີວິດ ຍ້ອນຂາດອາຫານ. ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ກ່າວເຕືອນວ່າ ບໍ່ມີສັນຕິພາບ, ເຢແມນ ຈະຕົກເຂົ້າສູ່ສະພາບການຊົ່ວຮ້າຍຫລາຍກ່ວາອີກເມື່ອທຽບໃສ່ປັດຈຸບັນ.

        ແລະກໍ່ໃນກອງປະຊຸມຂ່າວ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຮຽກຮ້ອງດຳເນີນການສືບສວນຢ່າງເຂັ້ມງວດ ກໍ່ຄືລົງໂທດພວກທີ່ກໍ່ໃຫ້ເກີດເຫດເຖິງແກ່ຄວາມຕາຍຂອງນັກຂ່າວ Jamal Khashoggi ຢູ່ສະຖານກົງສູນ ອາຣັບບິ ຊະອຸດິ ຢູ່ນະຄອນ Istanbul, ປະເທດ ຕວກກີ.

ຕອບກັບ

ຂ່າວ/ບົດ​ອື່ນ