ສະຫະປະຊາຊາດຈັດຕັ້ງກອງປະຊຸມຂັ້ນສູງກ່ຽວກັບພະຍາດວັນນະໂລກຄັ້ງທຳອິດ

(VOVWORLD) - ການຕໍ່ສູ້ຕ້ານພະຍາດວັນນະໂລກໃນທົ່ວໂລກ ພວມຂາດແຄນງົບປະມານຢ່າງຮ້າຍແຮງ, ປະມານ 13 ຕື້ USD ຕໍ່ປີ.
ສະຫະປະຊາຊາດຈັດຕັ້ງກອງປະຊຸມຂັ້ນສູງກ່ຽວກັບພະຍາດວັນນະໂລກຄັ້ງທຳອິດ - ảnh 1 ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນທິກິມຕ໊ຽນ (ພາບ: TTXVN)

ຕົວເລກເປັນໜ້າເຕືອນໄພນີ້ ໂດຍທ່ານຮອງເລຂາທິການໃຫຍ່ສະຫະປະຊາຊາດ Amina Mohammed ຍົກອອກມາທີ່ກອງປະຊຸມຂັ້ນສູງຄັ້ງທຳອິດກ່ຽວກັບພະຍາດວັນນະໂລກ ເຊິ່ງໄດ້ຈັດຕັ້ງຢູ່ນອກວາລະປະຊຸມຂັ້ນສູງຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 73.

       ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນທິກິມຕ໊ຽນ ໃຫ້ຮູ້ວ່າ: ຫວຽດນາມ ບັນລຸໄດ້ເປົ້າໝາຍສະຫັດສະວັດກ່ຽວກັບການຫລຸດຜ່ອນພະຍາດວັນນະໂລກ, ມະຕິສູນກາງພັກກອມມູນິດ ຫວຽດນາມ ໄດ້ຊີ້ແຈ້ງວ່າ ຮອດປີ 2030 ປອດພະຍາດວັນນະໂລກໂດຍພື້ນຖານ,  ແລະ ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ຍຸດທະສາດແຫ່ງຊາດ ແມ່ນປອດພະຍາດວັນນະໂລກ ດ້ວຍຄວາມຮັບຜິດຊອບຂອງຂະແໜງການ, ທຸກຂັ້ນ ແລະ ຂອງວົງຄະນະຍາດໃຫ້ໜ້າທີ່ສຳຄັນທີ່ສຸດນີ້.

       ຕາງໜ້າລັດຖະບານ, ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນທິກິມຕ໊ຽນ ໄດ້ຍົກອອກຄຳໝັ້ນສັນຍາວ່າຈະປະຕິບັດໂຄງການປອດພະຍາດວັນນະໂລກໃຫ້ປະສົບຜົນສຳເລັດ, ເພື່ອຜົນປະໂຫຍດລວມຂອງທົ່ວມວນມະນຸດ, ເພື່ອຊີວິດທີ່ປອດໄພ ແລະ ດີງາມກ່ວາຂອງຄົນລຸ້ນປັດຈຸບັນ ແລະ ຄົນລຸ້ນຫລັງ. ຫວຽດນາມ ກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບເຂົ້າໃນບັນດຄວາມມານະພະຍາຍາມລວມ ເພື່ອບໍ່ປະໃຫ້ບຸກຄົນໃດ, ປະເທດໃດຖືກທົດຖອຍໃນການບັ້ນຮົບແນໃສ່ “ລົບລ້າງ” ພະຍາດວັນນະໂລກໃນປີ 2030.

ຕອບກັບ

ຂ່າວ/ບົດ​ອື່ນ