ສະຫະປະຊາຊາດຊຸກຍູ້ການສົນທະນາເພື່ອຢຸດຕິການປະທະກັນຢູ່ລີບີ

ສະຫະປະຊາຊາດຊຸກຍູ້ການສົນທະນາເພື່ອຢຸດຕິການປະທະກັນຢູ່ລີບີ - ảnh 1
(ພາບ​ປະ​ກອບ​ຈາກ AFP)

(vovworld) – ​ ​​​​​​ວັນ​ທີ 3/12, ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ ສ​ປ​ຊ ປະ​ຈຳ ລີ​ບີ ຖະ​ແຫຼງວ່າ​ຈະ​ກະ​ຕຸກ​ຊຸກ​ຍູ້​ບັນ​ດາ​ຝ່​າຍ​ສູ້​ຢັນ​ກັນ​ຢູ່ ລີ​ບີ ດຳ​ເນີນ​ການ​ເຈ​ລະ​ຈາ​​ຮອບໃໝ່​ເພື່ອ​ແນ​ໃສ່​ຢຸດ​ຕິ​ການ​ປະ​ທະ​ກັນ​ນາບ​ຂູ່​ແບງ​ແຍກ​ປະ​ເທດ ອາບ​ຟ​ຣີ​ກາ​ເໜືອນີ້. ຖະ​ແຫຼງ​ການ​ຊີ້​ແຈ້ງວ່າ: ອົງ​ການນີ້​ຈະ “ກະ​ຕຸກ​ຊຸກ​ຍູ້​ການ​ສົນ​ທະ​ນາ​ການ​ເມືອງ​ຄັ້ງ​ໃໝ່” ໃນ​ວັນ​ທີ 9/12, ແຕ່ບໍ່​ທັນ​ໃຫ້​ຮູ້​ສະ​ຖານ​ທີ່​ຈັດ​ຕັ້ງ​ກໍ່​ຄື​ພາກ​ສ່ວນ​ເຂົ້າ​ຮ່ວມ​ການ​ສົ​ນ​ທະ​ນານີ້. ບັນ​ດາ​ນັກ​ການ​ທູດ​ຫວັງ​ວ່າ​ຮອບ​ເຈ​ລະ​ຈາ​ຈະ​ມາ​ເຖິງ​ຈະ​ແມ່ນ​ການ​ສົນ​ທະ​ນາ​ກ້​ວາງ​ຂວາງ​ກ່​ວາ​ກ່ຽວ​ກັບ​ວິ​ກິດ​ການ​ການ​ເມືອງ​ຢູ່ ​ລີບີ. ພາຍຫຼັງ 3 ປີ​, ກະ​ແສ​ຟອງ​ການ​ເມືອງ​ໂຄ່ນ​ລົ້ມ​ການ​ນຳ Muammar Gaddafi, ລີ​ບີ ພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສະ​ພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ປິນ​ຂັ້ນ​ໄດ​ຢ່າງ​ໜັກ​ໜ່ວງ ແລະ ວິ​ກິດ​ການ​ການ​ເມືອງ​ບໍ່​ມີ​ທາງ​ອອກ​ດ້ວຍ​ການ​ຄົງ​ຕົວ​ຂອງ 2 ລັດ​ຖະ​ບານ, 2 ສະ​ພາ​ແຫ່ງ​ຊາດ.


ຂ່າວ/ບົດ​ອື່ນ