ສະຫະປະຊາຊາດພ້ອມແລ້ວທີ່ຈະຈັດການພົບປະເຈລະຈາຢູ່ ເວເນຊູເອລາ

(VOVWORLD) - ສະຫະປະຊາຊາດພ້ອມແລ້ວທີ່ຈະຈັດການພົບປະເຈລະຈາ ເພື່ອໃຫ້ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro ແລະ ທ່ານຫົວໜ້າຝ່າຍຄ້ານ Juan Guaido ດຳເນີນການເຈລະຈາຢ່າງເຂັ້ມງວດ.
ສະຫະປະຊາຊາດພ້ອມແລ້ວທີ່ຈະຈັດການພົບປະເຈລະຈາຢູ່ ເວເນຊູເອລາ - ảnh 1 (ພາບປະກອບ/TTXVN)

ວັນທີ 10 ກຸມພາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ເນັ້ນໜັກວ່າ ສະຫະປະຊາຊາດ ແລະ ກະໂຕທ່ານເອງພ້ອມແລ້ວທີ່ຈະຊ່ວຍເຫຼືອ 2 ຝ່າຍ ຖ້າຫາກເຂົາເຈົ້າມີຄວາມຕ້ອງການທີ່ຈະເຈລະຈາ, ການເຈລະຈາຢ່າງເຂັ້ມງວດອາດຈະຊ່ວຍໃຫ້ ເວເນຊູເອລາ ພົ້ນອອກຈາກສະພາບຄວາມວຸ້ນວາຍຄືໃນປັດຈຸບັນ.

        ວັນທີ 23 ມັງກອນ, ທ່ານ Juan Guaido ຫົວໜ້າຝ່າຍຄ້ານ ໄດ້ຖືຕົນເອງເປັນປະທານາທິບໍດີ ເວເນຊູເອລາ ໂດຍຊົ່ວຄາວ. ການກະທຳຂອງທ່ານ Juan Guaido ນີ້ຖືກລັດຖະບານຂອງທ່ານປະທານາທິບໍດີ Nicolas Maduro ກ່າວປະນາມຢ່າງຮຸນແຮງ ແລະ ຖືນີ້ແມ່ນສ່ວນໜຶ່ງໃນກົນອຸບາຍລັດຖະປະຫານໂດຍ ອາເມລິກາ ປຸກລະດົມ.

ຕອບກັບ

ຂ່າວ/ບົດ​ອື່ນ