ສະຫະປະຊາຊາດຮຽກຮ້ອງປະເທດຕ່າງໆປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຢ່າງຮີບດ່ວນ

ສະຫະປະຊາຊາດຮຽກຮ້ອງປະເທດຕ່າງໆປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຢ່າງຮີບດ່ວນ - ảnh 1
ທ່ານ Mogens Lykketift, ປະທານ​ສະມັດຊາ​​ໃຫຍ່ ສປຊ

(vovworld) – ວັນ​ທີ 21/4, ກ່ອນ​ທີ່​ດຳ​ເນີນ​ພິທີ​ເຊັນ​ສັນຍາ ປາຣີ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທີ່​ສຳນັກງານ ສປຊ ປະຈຳ ນິວຢອກ ໜຶ່ງ​ວັນ, ສະມັດຊາ​ໃຫຍ່ ສປຊ ​ໄດ້ຈັດ​ຕັ້ງ​ວາລະປຶ​ກສາ​ຫາລື​ຂັ້ນສູງ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ບັນດາ​​ເປົ້າໝາຍ​ພັດທະນາ​ແບບ​ຍືນ​ຍົງ (SDG). ​ໃນ​ບົດ​ກ່າວ​ປາ​ໄສ​​ໄຂທີ່​ວາລະ​ປຶກສາ​ຫາລື​ດ້ວຍ​ຫົວ​ຂໍ້​ວ່າ “​ເຄື່ອນ​ໄຫວ​ຢູ່​ທຸກ​ຂັ້ນ: ການ​ປະຕິບັດ​ຂອງ​ບັນດາ​ປະ​ເທດ”, ທ່ານ Mogens Lykketift, ປະທານ​ສະມັດຊາ​​ໃຫຍ່ ສປຊ ຮຽກຮ້ອງ​ປະຊາ​ຄົມ​ໂລກ​ເລືອກ​​ເຟັ້ນລະຫວ່າງ​ຝ່າຍ​ໜຶ່ງ​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ໂຄງການ​ພັດທະນາ​ແບບ​ຍືນ​ຍົງ ​ເພື່ອ​​ເລີ່​ມປະຕິບັດວິວັດທະນາ​ການ​ຫັນປ່ຽນ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ປະຊາຊົນ​ທຸກ​ຄົນ ​ແລະ ຝ່າຍນ​ໜຶ່ງ​ແມ່ນ​ບໍ່​ກະທຳ ​ແລະ ​ປະ​ໄວ້​ຜົນ​ຮ້າຍ​ຢ້ອນ​ຫຼັງ​ເພື່ອ​ໃຫ້​ລຸ້ນຫຼັງ​ຕ້ອງ​​​ແບກ​ຫາບ.

        ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາງ​ ຫງວຽນ​ເຟືອງງາ, ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ປະຈຳ ສປຊ ​ໄດ້​ສະໜອງ​ໃຫ້​ກອງ​ປະຊຸມ​ບັນດາ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ເລື່ອງ ຫວຽດນາມ ​ໄດ້​ເລ​ີ່ມວິວັດທະນາ​ການ​ປະຕິບັດ​ບັນ​ດາ​​ເປົ້າໝາຍ​ພັດທະນາ​ແບບ​ຍືນ​ຍົງ​ຄື​ແນວ​ໃດ. ຕາມ​ທ່ານ​ນາງ ຫງວຽນ​ເຟືອງ​ງາ ​ແລ້ວ, ບັນດາ​ຜົນງານ​ຂອງ ຫວຽດນາມ ​ໃນ​ວິວັດທະນາ​ການ​ປະຕິບັດ​ບັນດາ​​ເປົ້າໝາຍ​ສະຫັດ​ສະ​ວັດ​ໄດ້​ສ້າງ​ປະຖົມ​ປັດ​ໄຈ​ເພື່ອ​ໃຫ້ ຫວຽດນາມ ປະຕິບັດ​ບັນດາ​​ເປົ້າໝາຍ​ພັດທະນາ​ແບບ​ຍືນຍົງ.


ຂ່າວ/ບົດ​ອື່ນ