ສະຫະພັນບັນດາອົງການມິດຕະພາບຫວຽດນາມ: ຮຽກຮ້ອງຈີນຢຸດຕິບັນດາການເຄື່ອນໄຫວນາບຄູ່ເຖິງສັນຕິພາບ,ປອດໄພໃນພາກພື້ນ

ສະຫະພັນບັນດາອົງການມິດຕະພາບຫວຽດນາມ: ຮຽກຮ້ອງຈີນຢຸດຕິບັນດາການເຄື່ອນໄຫວນາບຄູ່ເຖິງສັນຕິພາບ,ປອດໄພໃນພາກພື້ນ - ảnh 1
(ພາບປະກອບຈາກ Công Định/Hữu Trung/TTXVN)

(vovworld) –  ​ໃນ​ວັນ​ທີ 27/5, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ມີ​ຈົດໝາຍ​ເປີດກ່ຽວ​ກັບ​ເລື່ອງ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫຼ່​ທະວີບ​ຂອງ ຫວຽດນາມ. ຈົດໝາຍ​ດັ່ງກ່າວ​ຊີ້​ແຈ້ງວ່າ: ປະຊາຊົນ ຫວຽດນາມ ​ແລະ ຫາງ​ສຽງ​ໂລກ​ເອົາ​ໃຈ​ໃສ່ ​ແລະ ມີຄວາມ​ວິຕົກ​ວັງ​ວົນ​ຕໍ່ໜ້າ​ເລື່ອງ ຈີນ ຍົກຍ້າຍ ​ແລະ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ ໄຮ​ຢາງ - 981 ​ເຂົ້າ​ເລິກ​ໃນ​ເຂດ​ເສດຖະກິດ ​ແລະ ​​ເຂດ​ໄຫຼ່​ທະວີບ​ຂອງ ຫວຽດນາມ. ການ​ກະທຳພຽງ​ລຳພັງ​ຝ່າຍ​ດຽວ​ນີ້​ຂອງ ຈີນ ​ໄດ້ລະ​ເມີດ​ສິດ​ອະທິປະ​ໄຕ ​ແລະ ສິດ​ອຳນາດ​ສານ​ສຳລັບ​ບັນດາ​ເຂດ​​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫຼ່​ທະວີບ​ຂອງ ຫວຽດນາມ ຢ່າງ​ຮ້າຍ​ແຮງ, ​ໄປ​ຝືນ​ກັບ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ລະຫວ່າງ ຈີນ ​ແລະ ອາຊຽນ ​ແລະ ລະ​ເມີດ​ສົນທິສັນຍາ​ຂອງ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS) ຢ່າງ​ແຮງ. ​ການ​ກະທຳ​ດັ່ງກ່າວ​ຂອງ ຈີນ ​ໄດ້​ກໍ່​ຜົນ​ສະທ້ອນທີ່ຫຍໍ້​ທໍ້​ເຖິງ​ສະພາບ​ແວດ​ລ້ອມສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ, ພ້ອມ​ທັງ​ສົ່ງ​ຜົນ​ບໍ່ດີເຖິງ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ຈີນ.

    ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຮຽກຮ້ອງ ​ແລະ ສະ​ເໜີ​ໃຫ້​ບັນດາ​ອົງການຈັດຕັ້ງ ​ແລະ ສ່ວນ​ບຸກຄົນ, ​ເພື່ອ​ນມິດສາ​ກົນ ສືບ​ຕໍ່​ອອກສຽງ​ຮຽກຮ້ອງ​ໃຫ້ ຈີນ ຖອນ​ຮ້າຍ​ເຈາະ​ນ້ຳມັນ, ບັນດາ​ກຳ​່​ປັ່ນ​ ​ແລະ ​ເຮືອບິນປ້ອງ​ກັນອອກ​ຈາກ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫຼ່​ທະວີບ​ຂອງ ຫວຽດນາມ, ​ເຄົາລົບ​ກົດໝາຍ​ສາກົນ ​ແລະ ອະທິປະ​ໄຕ​ຖືກ​ຕ້ອງຕາ​ມກົດໝາຍ​ຂອງ ຫວຽດນາມ, ຢຸດຕິ​ບັນດາ​ການ​ກະທຳ​ລຳພັງ​ຝ່າຍ​ດຽວ​ທີ່ນາບ​ຂູ່​ເຖິງສັນຕິ​ພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ສະຫງົບ​ໃນ​ພາກ​ພື້ນ.


ຂ່າວ/ບົດ​ອື່ນ