ສະຫະພາບເອີລົບສະຫນອງ2ລ້ານເອິໂຣໃຫ້ແກ່ຫວຽດນາມແກ້ໄຂຜົນຮ້າຍຢ້ອນຫລັງຈາກໄພທຳມະຊາດ

ສະຫະພາບເອີລົບສະຫນອງ2ລ້ານເອິໂຣໃຫ້ແກ່ຫວຽດນາມແກ້ໄຂຜົນຮ້າຍຢ້ອນຫລັງຈາກໄພທຳມະຊາດ - ảnh 1
ສຳ​ນັກ​ງານ​ຂອງ EU  ຢູ່ ບ​ຣຸ​ກ​ແຊນ
ພາບ:internet

(vovworld)- ວັນ​ທີ 20/6, ຄະ​ນະ​ຜູ​້​ຕາງ​ຫນ້າ ສະ​ຫະ​ພາບ​ເອີ​ລົບ (EU) ປະ​ຈຳ​ຫວຽດ​ນາມ ໃຫ້​ຮູ້​ວ່າ: ຄະ​ນະ​ກຳ​ມະ​ການ​ເອີ​ລົບ ພວມ​ກະ​ກຽມ​ບ້​ວງ​ຊ່ວຍ​ເຫລືອ​ມະ​ນຸດ​ສະ​ທຳ​ມີ​ມູນ​ຄ່າ 2 ລ້ານ​ເອີ​ໂຣ (ປະ​ມານ 50 ຕື້​ດົງ) ເພື່ອ​ຫນູ​ນ​ຊ່ວຍ​ຢ່າງ​ຮີບ​ດ່ວນ​ໃຫ້​ປະ​ຊາ​ຊົນ​ທີ່​ຖືກ​ຜົນ​ສະ​ທ້ອນ​ຈາກ​ໄພ​ແຫ້ງ​ແລ້ງ ແລະ ນ້ຳ​ເຄັມ​ຊືມ​ເຂົ້າ ໄດ້​ກໍ່​ຜົນ​ຮ້າຍ​ຢ້ອນ​ຫລັງ​ໃຫ້​ແກ່​ຫລາຍ​ເຂດ​ຢູ່ ຫວຽດ​ນາມ ນັບ​ແຕ່​ທ້າຍ​ປີ 2015. ຜ່ານ​ກົມ​ໃຫຍ່​ຊ່ວຍ​ເຫລືອມະ​ນຸດ​ສະ​ທຳ ແລະ ປົກ​ປ້ອງ​ພົນ​ລ​ະ​ເຮືອນ (ECHO) ຂຶ້ນ​ກັບ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ, ບ້​ວງ​ຊ່ວຍ​ເຫລືອນີ້​ຈະ​ອະ​ນຸ​ຍາດ​ໃຫ້​ບັນ​ດາ​ຄູ່​ຮ່ວມ​ມື​ມະ​ນຸດ​ສະ​ທຳ​ຂອງ EU ຍົກ​ອອກ​ບັນ​ດາ​ຂໍ້​ລິ​ເລີ່ມ​ຫນູ​ນ​ຊ່ວຍ ເພື່ອ​ຫ​ລຸດ​ຜ່ອນ​ບັນ​ດາ​ຜົນ​ຮ້າຍ​ຢ້ອນ​ຫລັງ ຊື່ງ​ປະ​ຊາ​ຊົນ​ຢູ່​ເຂດ​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ຫນັກ​ຫນ່ວງ​ຈາກ​ໄພ​ທຳ​ມະ​ຊາດພວມ​ແບກ​ຫາບ.

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ